Home ຂ່າວໜ້າໜຶ່ງ ປະທານປະເທດ ລົງຢ້ຽມຢາມພື້ນຖານການຜະລິດປະຊາຊົນບ້ານນາຫາດ

ປະທານປະເທດ ລົງຢ້ຽມຢາມພື້ນຖານການຜະລິດປະຊາຊົນບ້ານນາຫາດ

0

ໃນວັນທີ 22 ມີນາ ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະ ໄດ້ລົງຢ້ຽມຢາມພື້ນຖານການຜະລິດປະຊາຊົນບ້ານນາຫາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍມີ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍການນຳຂັ້ນເມືອງຮ່ວມພາທາງ ມີອຳນາດການປົກຄອງຂັ້ນບ້ານ, ປະຊາຊົນບັນດາເຜົ່າບ້ານ ໃຫ້ການຕ້ອນຮັບ.

ທ່ານ ສົມພົນເພັງ ລາດສະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງຄຳເກີດ ລາຍງານສະພາບໂດຍລວມການປູກຝັງເປັນສິນຄ້າ, ບ້ານນາຫາດຂຶ້ນກັບເຂດໜອງອໍ້-ນາແປ, ປະຊາຊົນຢຶດຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍມາແຕ່ດົນນານ, ອີງໃສ່ຈຸດເດັ່ນດິນ, ນໍ້າ ລວມທັງສະພາບອາກາດເໝາະສົມ ຄະນະນໍາຂອງເມືອງ, ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງສຸມໃສ່ລົງຊຸກຍູ້-ສົ່ງເສີມ, ຊອກຫາແຫຼ່ງທຶນຮອນເຂົ້າມາພັດທະນາ ປີ 2001-2002 ສະເໜີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລົງມາຊຸກຍູ້-ສົ່ງເສີມ ແລະ ປະເມີນຄວາມເປັນໄປໄດ້ ໃນການປູກຜັກສະອາດ ຕາມເຕັກນິກຂອງນັກວິຊາການ, ປີ 2004, ມີ 15 ຄອບຄົວ ໄລຍະນັ້ນການປູກຜັກສ່ວນຫຼາຍແມ່ນປູກໃນໄລຍະລະດູແລ້ງເດືອນ 11-3 ຂອງທຸກໆປີ ເຫັນວ່າມີທ່າອ່ຽງລາຍຮັບດີຂຶ້ນເທື່ອລະກ້າວ, ເປັນຕົວແບບໃຫ້ແກ່ຄອບຄົວອື່ນໆ, ປີ 2019 ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄໍາເກີດ ຈຶ່ງໄດ້ຂຽນແຜນ ຂໍງົບປະມານນຳພະແນກ ກະສິກຳ ແລະ ປ່າໄມ້ 104.165.000 ກີບ, ເພື່ອສ້າງເຮືອນຮົ່ມປູກໄລຍະລະດູຝົນ, ຊື້ຜ້າຢາງເຮັດເຮືອນຮົ່ມ 10 ກໍ້, ເຄື່ອງຈັກພວນດິນໃຫ້ 2 ເຄື່ອງ ແລະ ມອບແນວພັນພືດຜັກປະເພດຕ່າງໆ ໃຫ້ຈໍານວນໜຶ່ງ, ປີ 2020-2021 ໄດ້ຮັບທຶນງົບປະມານ ຈາກໂຄງການແຜນງານລາວ 030, ທຶນຊ່ວຍເຫຼືອຈາກລັດຖະບານແຫ່ງ ຣາຊະອານາຈັກລຸກຊຳບວກ, ເຂົ້າມາຊຸກຍູ້-ສົ່ງເສີມເປັນເງິນ 348.362.000 ກີບ, ສ້າງຫ້ອງການກຸ່ມຊາວສວນ 1 ຫຼັງ, ຊື້ເຄື່ອງຕົ້ມນໍ້າຄວັນໄມ້ 1 ເຄື່ອງ, ເຄື່ອງບົດຝູ່ນ 1 ເຄື່ອງ, ຈັດຝຶກອົບຮົມໃຫ້ກຸ່ມປູກຜັກຮູ້ເຕັກນິກການປູກ ແລະ ຂັ້ນຕອນການຜະລິດປູກຜັກອິນຊີ ຊຶ່ງມີ ເຄື່ອງບົດຝຸ່ນ 1 ເຄື່ອງ, ປີ 2020 ໄດ້ນໍາພາກຸ່ມປູກຜັກໄປຖອດຖອນບົດຮຽນຢູ່ແຂວງຊຽງຂວາງ 1 ຄັ້ງ, ນະຄອນຫຼວງວຽງຈັນ 2 ຄັ້ງ, ປີ 2020-2021 ໄດ້ຫັນປ່ຽນ ຈາກການປູກຜັກສະອາດ, ມາເປັນການປູກຜັກອິນຊີ, ມີສະມາຊິກທັງໝົດ 15 ຄອບຄົວ, ມີເຮືອນຮົ່ມ 21 ຫຼັງ, ແຕ່ງຕັ້ງຄະນະບໍລິຫານກຸ່ມປູກຜັກອິນຊີ 7 ທ່ານ ແລະ ໄດ້ແບ່ງເປັນ 4 ຈຸ, ສ່ວນ 25 ຄອບຄົວແມ່ນຍັງປູກຜັກສະອາດ ໄລຍະ 5 ປີຜ່ານມາສະເລ່ຍລາຍຮັບທັງໝົດ 2.464.000.000 ກີບ. ໃນນັ້ນຕົ້ນທຶນການຜະລິດ (ທຶນຄົງທີ່ ແລະ ທຶນໝູນວຽນ) 1.392.000.000 ກີບ. ຜົນໄດ້ຮັບກໍາໄລທັງໝົດ 1.072.000.000 ກີບ ປັດຈຸບັນກຸ່ມປູກຜັກອິນຊີບ້ານນາຫາດ ໄດ້ຮັບໃບຢັ້ງຢືນມາດຕະຖານກະສິກຳອິນຊີລາວຈາກກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້, ສາມາດປູກຜັກອີນຊີໄດ້ທັງ 2 ລະດູການ, ສາມາດຕອບສະໜອງໃຫ້ແກ່ທ້ອງຕະຫຼາດພາຍໃນເມືອງ ແລະ ສົ່ງອອກຕ່າງແຂວງ.

ໂອກາດນີ້, ທ່ານປະທານປະເທດ ໄດ້ຍ້ອງຍໍຊົມເຊີຍຜົນງານການນໍາພາ-ຊີ້ນຳ ອຳນາດການປົກຄອງເມືອງ-ແຂວງ ທຸກຂັ້ນ ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນບ້ານຈົ່ງໄດ້ເພີ່ມທະວີຄວາມສາມັກຄີປອງດອງ ຊາວຍເຫຼືອຊຶ່ງກັນ ແລະ ກັນ ເອົາໃຈໃສ່ຫ້າວຫັນຕໍ່ການຜະລິດ ຜະລິດໃຫ້ຫຼາຍກາຍເປັນສິນຄ້າ, ພາຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມມອບເງິນຈຳນວນໜຶ່ງເພື່ອນຳໃຊ້ເຂົ້າການຜະລິດ. ໂອກາດເຄື່ອນໄຫວຢູ່ເມືອງຄຳເກີດໃນຄັ້ງນີ້ ທ່ານ ກອງແກ້ວ ໄຊສົງຄາມ ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງ, ສະພາປະຊາຊົນແຂວງ, ພະນັກງານນັກຮົບ, ປະຊາຊົນຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ໄດ້ນຳເອົາກະຕ່າດອກໄມ້ ອວຍພອນ ປະທານປະເທດ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ 22 ມີນາ ຄົບຮອບ 68 ປີ ຕື່ມອີກ.

ຂ່າວ-ພາບ: ສາຍສະໝອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version