Home ຂ່າວໜ້າໜຶ່ງ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ

ເອກອັກຄະລັດຖະທູດແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ

0

ໃນຕອນເຊົ້າຂອງວັນທີ 15 ມີນາ 2023, ທີ່ ທຳນຽບປະທານາທິບໍດີ, ນະຄອນ ຫລວງ ບຣາຕິດສະລາວາ, ສາທາລະ ນະລັດ ສະໂລວາກີ, ທ່ານ ຄອນເພັງ ທຳມະວົງ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ ນ. Zuzana Čaputová, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ, ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ.

ໃນການພົບປະໂອ້ລົມ, ສອງຝ່າຍໄດ້ຕີລາ ຄາສູງຕໍ່ການພົວພັນທີ່ດີເປັນມູນເຊື້ອ ລາວ-ສະໂລວາກີ ທີ່ມີມາແຕ່ດົນນານນັບຕັ້ງແຕ່ສອງປະເທດ ໄດ້ສ້າງສາຍພົວພັນການທູດຮ່ວມກັນ ໃນວັນທີ 05 ກັນຍາ 1962 ເປັນຕົ້ນມາ, ເຊິ່ງທັງສອງຝ່າຍ ກໍໄດ້ມີຄວາມພະຍາຍາມຊອກຊ່ອງທາງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ. ພ້ອມນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນພ້ອມດ້ວຍພອນໄຊອັນປະເສີດ ແລະ ຄວາມຮັກແພງຖານເພື່ອນມິດ ຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ພະນະທ່ານ ນ. Zuzana Čaputová ແລະ ຜ່ານ ພະນະທ່ານໄປຍັງລັດຖະບານ ແລະ ປະຊາຊົນ ສະໂລວາກີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດ ຍັງໄດ້ນໍາເອົາຄໍາເຊື້ອເຊີນຈາກ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເຖິງ ພະນະທ່ານ ປະທານາທິບໍດີ ສະໂລວາກີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອກາດທີ່ເໝາະສົມ.

ໃນໂອກາດດັ່ງກ່າວ, ພະນະທ່ານ ນ. Zuzana Čaputová ກໍໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ສປປ ລາວ ຄົນໃໝ່ ປະຈຳ ສ. ສະໂລວາກີ ແລະ ໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນຈາກ ປະທານປະ ເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ອວຍ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວທຸກທົ່ວໜ້າ ແລະ ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດໂດຍການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ຂະຫຍາຍຕົວໃນຕໍ່ໜ້າ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version