Home ຂ່າວໜ້າໜຶ່ງ ຄວາມເປັນມາ ຂອງການຮ່ວມມືໃນພາກພື້ນອ່າງແມ່ນ້ຳຂອງ

ຄວາມເປັນມາ ຂອງການຮ່ວມມືໃນພາກພື້ນອ່າງແມ່ນ້ຳຂອງ

0

ການຮ່ວມມືໃນຂົງເຂດອ່າງແມ່ນໍ້າຂອງໄດ້ເລີ່ມຖືກໍາເນີດມາແຕ່ຊຸມປີ 1950, ໂດຍເລີ່ມຈາກ ການສຶກສາ ກ່ຽວກັບ ທ່າແຮງຂອງແມ່ນ້ຳຂອງ ໃນດ້ານການພັດທະ ນາ ໄຟຟ້າພະລັງນໍ້າ ແລະ ຊົນລະປະທານ ໃນປີ 1952 ໂດຍສະພາມົນຕີ ດ້ານເສດ ຖະກິດ ຂອງ ສະຫະປະຊາຊາດໃນຂົງເຂດອາຊີ ແລະ ຕາເວັນອອກໄກ (Economic Commission for Asia and the Far East – ECAFE) ແລະ ບົດລາຍງານກ່ຽວກັບການວາງແຜນ ແລະ ການພັດທະນາໃນອ່າງແມ່ນໍ້າຂອງຕອນລຸ່ມ ໃນປີ 1955-56.

ການສຶກສາດັ່ງກ່າວໄດ້ກໍ່ປະກາຍຄວາມສົນໃຈໃຫ້ແກ່ບັນດາປະເທດແມ່ນ້ຳຂອງຕອນລຸ່ມ ແລະ ອົງການ ECAFE, ທີ່ຫາກໍ່ ຖືກກໍ່ຕັ້ງຂຶ້ນໃໝ່, ໃນການສ້າງແຜນງານຂະໜາດໃຫຍ່ ເພື່ອເຮັດການຄຸ້ມຄອງແມ່ນ້ຳຂອງ ທີ່ໃນສະໄໝນັ້ນຖືວ່າເປັນ ໜຶ່ງໃນແມ່ນ້ຳ ກັນດານທີ່ສຸດ ໃນໂລກ. ສິ່ງນີ້ ໄດ້ນໍາໄປສູ່ການສ້າງຕັ້ງ ຄະນະກຳມະການ ເພື່ອການປະສານງານໃນການສຳຫຼວດອ່າງ ນໍ້າຂອງຕອນລຸ່ມ (Committee for Coordination of Investigations on the Lower Mekong River Basin) ຫຼື ຮຽກກັນສັ້ນໆວ່າ ຄະນະກຳມະການແມ່ນ້ຳຂອງ (Mekong Committee) ໃນປີ 1957.

ອົງການດັ່ງກາວ ໄດ້ເກີດຂຶ້ນໃນຍຸກສະໄໝທີ່ມີການເບິ່ງໂລກໃນແງ່ດີໃນທາງວິທະຍາ ສາດ ແລະ ເຕັກໂນໂລຊີ, ອັນເປັນຍຸກທີ່ຜູ້ຄົນພາກັນເຊື່ອວ່າ ເຕັກໂນໂລຊີ ຈະມີຄຳຕອບໃຫ້ທຸກບັນຫາທີ່ມີໃນໂລກສະເໝີ. ໃນເວລານັ້ນ ຍັງບໍ່ເຄີຍມີອົງການຄຸ້ມຄອງແມ່ນ້ຳສາກົນ ສາຍໃດໃນໂລກທີ່ໄດ້ເຄີຍພະຍາຍາມໃນການແບກຮັບຄວາມຮັບຜິດ ຊອບຢ່າງ ຮອບດ້ານ ທັງໃນດ້ານ ການໃຫ້ທຶນ, ກໍ່ສ້າງ, ຄຸ້ມຄອງ ແລະ ບຳລຸງຮັກສາ ບັນດາໂຄງການໃນແມ່ນ້ຳສາກົນ ແບບນີ້ມາກ່ອນ.

ນັບແຕ່ປີ 1955 ຈົນເຖິງກາງຊຸມປີ 1960, ຄະນະກຳມະການແມ່ນ້ຳຂອງໄດ້ເຮັດການສຶກສາ ແລະ ສຳຫຼວດຫລາຍຮ້ອຍໂຄງການ. ບັນດາທິມງານ ແລະ ຜູ້ຊ່ຽວຊານໄດ້ເດີນທາງຂື້ນລົງຕາມລຳແມ່ນໍ້າຂອງ ແລະ ບັນດານ້ຳສາຂາ ດ້ວຍ ການຂີ່ລົດ, ແລະ ເຮືອ ສະລັບກັບການຍ່າງ, ແລະ ຂີ່ຊ້າງໃນບາງເຂດ ເພື່ອດໍາເນີນການວັດແທກ, ເກັບຕົວຢ່າງ, ສ້າງແຜນທີ່ ແລະ ເກັບກຳເອກະສານໃນຮູບແບບທີ່ຫຼາກຫຼາຍ ແລະ ນໍາໄປສູ່ ການຮວບຮວມ ເປັນແຜນອ່າງຮັບນໍ້າ ແບບຊີ້ນໍາ (Indicative Basin Plan) ທີ່ເຮັດສຳເລັດໃນປີ 1970. ບັນດາການສຶກສາເຫລົ່ານີ້ຄື ພື້ນຖານຂອງອົງຄວາມຮູ້ທີ່ນັບວັນນັບເຕີບໃຫຍ່ຂະຫຍາຍຕົວ ແລະ ປະຈຸບັນໄດ້ຖືກບຳລຸງຮັກສາໂດຍຄະນະກຳມາທິການແມ່ນ້ຳຂອງສາກົນ.

ຈຸດປະສົງຂອງບັນດາການສຳຫຼວດໃນຍຸກຕົ້ນຂອງຄະນະກຳມະການແມ່ນ້ຳຂອງແມ່ນເພື່ອການເກັບຂໍ້ມູນກ່ຽວກັບການປ້ອງກັນນ້ຳຖ້ວມ, ຊົນລະປະທານ ແລະ ໂຄງການພັດທະນາເຂື່ອນໄຟຟ້າ. ຕະຫຼອດຊ່ວງເວລາກ່ວາ 60 ປີ ນັບແຕ່ວັນສ້າງຕັ້ງຄະນະກຳມະການແມ່ນໍ້າຂອງມາຈົນເຖິງປະຈຸບັນ, ບັນດາປະເທດໃນອ່າງແມ່ນໍ້າຂອງໄດ້ຮຽນຮູ້ ແລະ ມີການຖອດຖອນບົດຮຽນຢ່າງຫຼວງຫຼາຍກ່ຽວກັບການພັດທະນາຊັບພະຍາກອນນໍ້າ ແລະ ຜົນກະທົບຂອງພວກມັນ.

ໂຄງການແມ່ນ້ຳຂອງ (Mekong Project) ແມ່ນໂຄງການພັດທະນາໜຶ່ງດຽວທີ່ຍິ່ງໃຫຍ່ທີ່ສຸດທີ່ອົງການສະຫະປະຊາຊາດ (United Nations) ເຊິ່ງປຽບສະເໝືອນນົກທີ່ກຳລັງຫັດບິນໃນເວລານັ້ນ ໄດ້ເຄີຍຈັດຕັ້ງປະຕິບັດມາ. ໃນສະໄໝທີ່ຄະນະກຳມະການແມ່ນ້ຳຂອງ ກຳລັງເລີ່ມສ້າງຕັ້ງຂຶ້ນ ຍັງເປັນຍຸກທີ່ບໍ່ມີຕົວແບບ ໃດໆໃຫ້ດຳເນີນຕາມ. ດັ່ງນັ້ນ, ECAFE ແລະ UNDP ຈຶ່ງເປັນຜູ້ ຊີ້ນຳ ແລະ ໃຫ້ການສະໜັບສະໜູນໃນທຸກດ້ານ.

ເຖິງວ່າມີພຽງໜ້ອຍໂຄງການທີ່ ຖືກສຶກສາໄດ້ຮັບການຈັດຕັ້ງປະຕິບັດໃນຕົວຈິງ, ແຕ່ວ່າຜົນການສຳຫຼວດ ແລະ ຂໍ້ມູນທີ່ຖືກເກັບກຳໄດ້ໃນຍຸກຕົ້ນກໍໄດ້ກາຍເປັນໜໍ່ແໜງ ຈຸດກຳເນີດໃຫ້ແກ່ບັນດາວຽກງານ ຂອງຄະນະກຳມາທິການແມ່ນໍ້າຂອງສາກົນ ພາຍໃຕ້ບົດບາດປະຈຸບັນ ໃນການເປັນທີ່ປຶກສາໃນການວາງແຜນຊັບພະຍາກອນນໍ້າ ແລະ ກ່ຽວຂ້ອງກັບນໍ້າໃຫ້ແກ່ບັນດາປະເທດສະມາຊິກ (ສປປ ລາວ, ໄທ, ກໍາປູເຈຍ ແລະ ຫວຽດນາມ).

ໃນຂະນະນັ້ນ, ບົດບາດຂອງຄະນະກຳມະການແມ່ນໍ້າຂອງ ເປັນທີ່ຍອມຮັບຢ່າງກວ້າງຂວາງໃນ ເວທີສາກົນ. ທ່ານ ອູ ທັນ (Mr. U Thant), ເຊິ່ງເປັນເລຂາທິການໃຫຍ່ແຫ່ງສະຫະປະຊາຊາດໃນຊຸມປີ 1960, ໄດ້ເຄີຍພັນລະນາເຖິງວິໄສທັດຂອງໂຄງການແມ່ນໍ້າຂອງວ່າເປັນ ”ການຕໍ່ສູ້ເພື່ອສ້າງຄວາມສີວິໄລ ແບບ ທັນສະໄໝ ບົນພື້ນຖານແຫ່ງມໍລະດົກທາງວັດທະນະທຳຂອງພວກເຮົາ ແລະ ເພື່ອສ້າງ ຄວາມກົມກືນ ກັບ ເຕັກໂນໂລຊີແບບຕາເວັນຕົກ ດ້ວຍຄຸນຄ່າຕາມປະເພນີຂອງພວກເຮົາ”.

ໃນປີ 1966 ບົດຄວາມສະບັບໜຶ່ງຂອງ ທ່ານ ອູ ຍຸ່ນ (Mr. U Nyun), ເລຂາທິການໃຫຍ່ຂອງ ECAFE ໄດ້ໃຫ້ຂໍ້ສັງເກດວ່າ “ໃນປະຫວັດສາດໄດ້ມີ ຕົວຢ່າງ ອັນມາກມາຍກາຍກອງ ຂອງ ບັນດາປະເທດທັງນ້ອຍ ແລະ ໃຫຍ່, ທີ່ໄດ້ສູນເສຍຄວາມເປັນເອກະລາດແຫ່ງຊາດ ຍ້ອນການຂາດຄວາມເຂົ້າໃຈເຖິງຄວາມຈຳເປັນ ໃນການຮ່ວມມືລະຫວ່າງຊາດ”. (ໝາຍເຫດ: ໃນປີ 1974, ອົງການ ECAFE ໄດ້ປ່ຽນຊື່ມາເປັນ ESCAP (Economic and Social Commission of Asia and the Pacific) ແລະ ໃຊ້ຊື່ນີ້ມາຈົນເຖິງປະຈຸບັນ).

ຄະນະກຳມະການແມ່ນໍ້າຂອງໄດ້ຄົງຕົວຢູ່ຈົນຮອດທ້າຍຊຸມປີ 1970 ກໍໄດ້ເກີດການປ່ຽນແປງ ສຳຄັນຂຶ້ນ. ໃນປີ 1977, ເນື່ອງຈາກສະພາບຄວາມບໍ່ໝັ້ນຄົງດ້ານການເມືອງພາຍໃນປະເທດ; ກຳປູເຈຍ ໄດ້ຂໍຖອນຕົວຈາກການເປັນສະມາຊິກຂອງຄະນະກຳມະການແມ່ນ້ຳຂອງ. ສະນັ້ນ, ສາມປະເທດທີ່ຍັງເຫຼືອ ຄື ສປປ ລາວ, ໄທ ແລະ ຫວຽດນາມ ຈຶ່ງໄດ້ຮັບຮອງເອົາທຳມະນູນໃໝ່ ເພື່ອສ້າງຕັ້ງເປັນຄະນະກຳມະການແມ່ນ້ຳຂອງຊົ່ວຄາວ (Interim Mekong Committee) ຂຶ້ນມາແທນທີ່ໃນປີ 1978.

ພໍເຖິງປີ 1991 ກໍໄດ້ມີການປ່ຽນແປງສຳຄັນຂຶ້ນອີກຄັ້ງ, ເມື່ອກຳປູເຈຍສະເໜີຂໍກັບເຂົ້າເປັນສະມາຊິກ. ບັນດາປະເທດສະມາຊິກຈຶ່ງໄດ້ມີການປຶກສາຫາລືກັນຢ່າງຍືດເຍຶ້ອ ເຊິ່ງນຳໄປສູ່ການເຊັນສັນຍາແມ່ນ້ຳຂອງ ໃນປີ 1995, ວ່າດ້ວຍການຮ່ວມມືເພື່ອການພັດທະນາ ແບບຍືນຍົງໃນອ່າງແມ່ນ້ຳຂອງ.

ສັນຍາ 1995 ແມ່ນການຫວນຄືນມາຂອງຄະນະກຳມະການແມ່ນ້ຳຂອງ ໃນຊື່ໃໝ່ທີ່ຮຽກວ່າ ຄະນະກຳມາທິການແມ່ນ້ຳຂອງສາກົນ (Mekong River Commission) ເຊິ່ງບໍ່ໄດ້ຢູ່ພາຍໃຕ້ຮົ່ມເງົາຂອງ ECAFE/ESCAP ແລະ UNDP ອີກຕໍ່ໄປ. ບັນດາມາດຕາຂອງສັນຍາໄດ້ມອບຄວາມຮັບຜິດຊອບໃນການຄຸ້ມຄອງໃຫ້ສະພາມົນຕີຂອງບັນດາປະເທດສະມາຊິກເປັນຜູ້ຄຸ້ມຄອງເອງ.

ໂດຍຫຼັກແລ້ວ ບັນດາມາດຕາໃນສັນຍາ 1995 ຍັງຄົງຢຶດໝັ້ນໃນ “ຈິດວິນຍານເດີມແຫ່ງແມ່ນ້ຳຂອງ”, ແຕ່ໄດ້ຫັນຈຸດສຸມຈາກການພັດທະນາໂຄງການຂະໜາດໃຫຍ່ມາເປັນການພັດທະນາແບບຍືນຍົງ ແລະ ການຄຸ້ມຄອງຊັບພະຍາກອນນໍ້າແລະກ່ຽວຂ້ອງກັບນໍ້າ.

ນັບແຕ່ມີສົນທິສັນຍາ 1995 ເປັນຕົ້ນມາ, ຄະນະກຳມາທິການແມ່ນ້ຳຂອງສາກົນ ໄດ້ມີຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດສັນຍາ ຢ່າງຄ່ອຍເປັນຄ່ອຍໄປແຕ່ໝັ້ນຄົງ. ບັນດາປະເທດສະມາຊິກໄດ້ມີການເຊັນລະບຽບການຕ່າງໆ ເຊັ່ນ ກ່ຽວກັບການແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ, ຍຸດທະສາດການຄຸ້ມຄອງ ແລະ ບັນເທົາອຸທົກກະໄພ ແລະ ການເຮັດບົດບັນທຶກຄວາມເຂົ້າໃຈກັບ ສປ ຈີນ ກ່ຽວກັບ ການແລກປ່ຽນຂໍ້ມູນອຸທົກກະສາດ ແລະ ອື່ນໆ. ປະເດັນຕົ້ນຕໍໃນວຽກງານຂອງ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ກໍ່ຄືການສ້າງ ຄວາມເປັນເອກະພາບ ລະຫວ່າງບັນດາປະເທດສະມາຊິກ ໃນບັນຫາ ກ່ຽວກັບການນຳໃຊ້ນ້ຳ, ປະລິມານນ້ຳ ແລະ ຄຸນນະພາບນ້ຳ.

ຄະນະກຳມາທິການແມ່ນ້ຳຂອງສາກົນໄດ້ສະໜອງຕອບຕໍ່ບັນຫາດັ່ງກ່າວດ້ວຍຍຸດທະສາດການພັດ ທະນາເຂື່ອນໄຟຟ້າພະລັງງານນ້ຳ ໂດຍອິງຕາມຫຼັກການທີ່ຮັບຮູ້ເຖິງຄວາມຕ້ອງການ ແລະ ສິດຂອງຜູ້ຊົມໃຊ້ ທີ່ຫຼາກຫລາຍ, ຄຸນຄ່າຂອງການມີສ່ວນຮ່ວມຂອງມະຫາຊົນໃນການວາງແຜນ, ແລະ ການປົກປັກຮັກສາສິ່ງແວດລ້ອມ. ເຊັ່ນດຽວກັນ, ຄວາມຮູ້ທີ່ສະສົມຈາກການດໍາເນີນງານໃນອະດີດທີ່ຈະປ້ອງກັນນ້ຳຖ້ວມໄດ້ນຳໄປສູ່ຄວາມເຂົ້າໃຈທີ່ກ້ວາງຂວາງຂຶ້ນເພື່ອການຄຸ້ມຄອງ ແລະ ບັນເທົາອຸທົກກະໄພໃນປະຈຸບັນ.

ເມື່ອມີແນວຄວາມຄິດອັນໃໝ່ໄດ້ຄ່ອຍ ປະກົດຂື້ນ, ຜູ້ຄົນໃນອ່າງແມ່ນໍ້າຂອງ ແລະ ໃນທົ່ວໂລກກໍໄດ້ເລີ່ມມອງເຫັນວ່າທຳມະຊາດ ແລະ ສິ່ງແວດລ້ອມເປັນວົງຈອນ ແຫ່ງລະບົບການປະຕິສຳພັນທີ່ສັບສົນ ທີ່ເຮົາຄວນຕ້ອງຮຽນຮູ້ ເພື່ອຈະໄດ້ຮ່ວມກັນຄຸ້ມຄອງ; ແຕ່ບໍ່ແມ່ນເພື່ອ ຂຸດຄົ້ນ ແລະ ກອບໂກຍເອົາພຽງຢ່າງດຽວ.

ແຜນພັດທະນາອ່າງແມ່ນ້ຳຂອງ ແມ່ນຂະບວນການວາງແຜນແບບທົ່ວອ່າງຮັບນໍ້າ ແທນທີ່ຈະເປັນບັນຊີລາຍຊື່ລະອຽດຂອງບັນດາໂຄງການຕ່າງໆ. ການວາງແຜນການຈະຕ້ອງເປັນທີ່ຍອມຮັບໂດຍບັນດາ ກຸ່ມຜູ້ມີສ່ວນໄດ້ຫຼືເສຍຜົນປະໂຫຍດ (stakeholder) ທີ່ກວ້າງຂວາງແລະຫລາກຫລາຍກວ່າທີ່ເຄີຍເປັນມາໃນອະດີດ, ໂຄງສ້າງການຈັດຕັ້ງຂອງຄະນະກຳມາທິການເອງກໍ່ ໄດ້ມີການປ່ຽນແປງຢ່າງເຖິງກົກເຖິງຮາກ ເພື່ອວາງພື້ນຖານໃຫ້ກາຍເປັນອົງການຄຸ້ມຄອງອ່າງແມ່ນ້ຳທີ່ປັບທັນສະພາບຕາມຍຸກສະໄໝ.

ການພັດທະນາຊັບພະຍາກອນນ້ຳ ແມ່ນໜຶ່ງໃນກິດຈະກຳທີ່ສັບສົນ ແລະ ລະອຽດອ່ອນທີ່ສຸດທີ່ມະນຸດຊາດໄດ້ກະທໍາ ເພາະມີຄວາມຈຳເປັນນານັບປະການທີ່ຕ້ອງໄດ້ຖືກສະໜອງ ແລະ ຄວາມຈຳເປັນແຕ່ລະດ້ານລ້ວນແຕ່ເຕັມໄປດ້ວຍການແຂ່ງຂັນ ແລະ ມີຄວາມຂັດແຍ່ງເຊິ່ງກັນ ແລະ ກັນ.

ນ້ຳຄືສິ່ງທີ່ບາງມຸມມອງເຫັນວ່າ ເປັນ ”ປະເດັນດ້ານນະໂຍບາຍການຕ່າງປະເທດແຫ່ງສະຕະວັດທີ 21. ດັ່ງນັ້ນ, ການທີ່ປະຊາຊາດໃນຂົງເຂດແມ່ນໍ້າຂອງໄດ້ລິເລີ່ມ ແລະ ເຝົ້າຖະນຸຖະໜອມການຮ່ວມມື ພາຍໃຕ້ ຄະນະກຳມະການແມ່ນ້ຳຂອງ ມາແຕ່ຊຸມປີ 1950 ຈົນເຖິງ ຄະນະກຳມາທິການ ແມ່ນໍ້າຂອງສາກົນ ໃນປະຈຸບັນ ໄດ້ພິສູດຕົວເອງ ໃຫ້ເຫັນວ່າ ພວກເຮົາຄື ໜຶ່ງຕົວແບບໃນ ການຄຸ້ມຄອງ ແມ່ນ້ຳລະຫວ່າງຊາດ ເພື່ອເປັນຕົວຢ່າງແກ່ມະນຸດຊາດຈາກທຸກມຸມໂລກໄດ້ດຳເນີນຕາມ”.

ສະນັ້ນ, ເນື່ຶອງໃນໂອກາດ ທີ່ກອງປະຊຸມສຸດຍອດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 4, ທີ່ຈະຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 02-05 ເມສາ 2023 ນີ້ ຈະເປັນອີກໜຶ່ງບົດພິສູດໃຫ້ທົ່ວໂລກ ໄດ້ຮັບຮູ້ເຖິງ “ຈິດວິນຍານ ແຫ່ງແມ່ນ້ຳຂອງ” ເຊິ່ງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້. ພວກເຮົາ, ປວງຊົນຊາວລາວ ຄວນມີຄວາມເອກອ້າງ ທະນົງໃຈ ທີ່ໄດ້ເປັນ ສ່ວນໜຶ່ງ ຂອງວິວັດທະນາການ ອັນສຳຄັນຂອງການຮ່ວມມື ຂອງພວກເຮົາ ເພື່ອການຄຸ້ມຄອງ ແລະ ພັດທະນາ ອ່າງແມ່ນໍ້າຂອງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version