Home ສຶກສາ ມຊ ໄດ້ຮອງອະທິການບໍດີຜູ້ໃໝ່ ພ້ອມເຜີຍແຜ່ວັນສຳຄັນຕ່າງໆ ຂອງຊາດ

ມຊ ໄດ້ຮອງອະທິການບໍດີຜູ້ໃໝ່ ພ້ອມເຜີຍແຜ່ວັນສຳຄັນຕ່າງໆ ຂອງຊາດ

0

ກະຊວງສຶກສາທິການ ແລະ ກິລາ ຈັດພິທີປະກາດການແຕ່ງຕັ້ງທ່ານ ເດຊານຸລາດ ແສນດວງເດດ ເປັນຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ຜູ້ໃໝ່ ຢ່າງເປັນທາງການ ພ້ອມທັງຈັດພິທີເຜີຍແຜ່ວັນສຳຄັນຕ່າງໆຂອງຊາດ ໂດຍສະເພາະວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ (22 ມີນາ) ຄົບຮອບ 68 ປີ ແລະ ວັນນັກຮົບເກົ່າເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ (21 ມີນາ 1946 ຫາ 21 ມີນາ 2023) ຄົບຮອບ 77 ປີ ໃຫ້ມີຄວາມໝາຍຢ່າງເລິກເຊິ່ງ.

ພິທີດັ່ງກ່າວ, ໄດ້ມີຂຶ້ນ ໃນວັນທີ 22 ມີນາ ຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ, ໂດຍໃຫ້ກຽດເປັນປະທານ ແລະ ມອບດຳລັດ ວ່າດ້ວຍການແຕ່ງຕັ້ງ ຮອງອະທິການບໍດີ ມຊ ຈາກພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຮອງລັດຖະມົນຕີ ສສກ, ຄະນະອະທິການບໍດີ, ຫົວໜ້າ-ຮອງຫົວໜ້າກົມ, ຄະນະບໍດີ, ຫົວໜ້າ-ຮອງຫົວໜ້າພາກວິຊາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ວຽງແກ້ວ ພົມມະວົງ ຄະນະປະຈຳພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ສສກ ໄດ້ຜ່ານດຳລັດວ່າດ້ວຍການແຕ່ງຕັ້ງຮອງອະທິການບໍດີ ມຊ ຜູ້ໃໝ່ ໂດຍອີງຕາມກົດໝາຍວ່າລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 03/ສພຊ ລົງວັນທີ 16 ພະຈິກ 2021, ອີງຕາມການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 22 ກຸມພາ 2023 ນາຍົກລັດຖະມົນຕີ ມາດຕາ 1 ແຕ່ງຕັ້ງທ່ານ ເດຊານຸລາດ ແສນດວງເດດ ເປັນຮອງອະທິການບໍດີ ມຊ, ມາດຕາ 2 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຄະນະຈັດຕັ້ງສູນກາງພັກ, ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ພ້ອມດ້ວຍທ່ານທີ່ໄດ້ຮັບໂອກາດແຕ່ງຕັ້ງ ຈົ່ງຮັບຮູ້ ແລະ ປະຕິບັດຕາມດຳລັດສະບັບນີ້ ເປັນຢ່າງດີ, ມາດຕາ 3 ດຳລັດສະບັບນີ້ ມີຜົນສັກສິດນັບແຕ່ມື້ນີ້ ເປັນຕົ້ນໄປ.

ໂອກາດດຽວກັນ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ມີຄຳເຫັນຊີ້ທິດເຍືອງທາງທ່ານຮອງອະທິການບໍດີ ມຊ ຜູ້ໃໝ່ ໃນການຈັດຕັ້ງປະຕິບັດພາລະບົດບາດໃໝ່ໃຫ້ແທດເໝາະກັບກົງຈັກການຈັດຕັ້ງ ມຊ ໃຫ້ມີບາດທີ່ພົ້ນເດັ່ນ ແນໃສ່ຍົກສູງຄຸນນະພາບການສຶກສາໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ຫຼັງຈາກນັ້ນ, ທ່ານລັດຖະມົນຕີ ໄດ້ເຜີຍແຜ່ມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ເອກະສານປາຖະກະຖາວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ຊຶ່ງວັນທີ 21 ມີນາ ແມ່ນວັນໜຶ່ງທີ່ສໍາຄັນໃນປະຫວັດສາດຂອງຊາດລາວເຮົາ, ເປັນວັນທີ່ພວກຈັກກະພັດລ່າເມືອງຂຶ້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ ເມືອງທ່າແຂກ ແລະ ພະນັກງານນັກຮົບຂອງພວກເຮົາ. ຍ້ອນແນວນັ້ນ, ໃນໄລຍະຜ່ານມາພວກເຮົາຈຶ່ງພ້ອມກັນລະນຶກວັນທີ 21 ມີນາ 1946 ເປັນວັນແຫ່ງຄວາມຄຽດແຄ້ນສັດຕູຜູ້ຮຸກຮານ ແລະ ວັນທີ 30 ກໍລະກົດ 2008, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດຳລັດເລກທີ 136/ນຍ ວ່າດ້ວຍການກຳນົດເອົາວັນດັ່ງກ່າວ ເປັນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ, ວັນທີ 4 ມີນາ 2014 ຫ້ອງວ່າການສູນກາງພັກໄດ້ອອກແຈ້ງການເລກທີ 94/ຫສພ, ກ່ຽວກັບການຈັດຕັ້ງລະນຶກວັນນັກຮົບເສຍອົງຄະ ແລະ ເສຍສະຫຫຼະຊີວິດເພື່ອປະເທດຊາດ. ດັ່ງນັ້ນ, ນັບແຕ່ປີ 2014 ເປັນຕົ້ນມາພວກເຮົາໄດ້ພ້ອມກັນລະນຶກ ແລະ ສະເຫຼີມສະຫຼອງວັນທີ 21 ມີນາ ໃນຖານະວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ.

ນອກຈາກນັ້ນ, ທ່ານລັດຖະມົນຕີ ສສກ ຍັງໄດ້ເລົ່າມູນເຊື້ອຂອງພັກນໍາພາຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຂະບວນການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນເມືອງທ່າແຂກ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ຍ້ອນກັບໄປປີ 1946, ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວອີກຄັ້ງໃໝ່. ເພື່ອສະກັດກັ້ນ, ຕ້ານຢັນການບຸກລຸກຄັ້ງໃໝ່ຂອງສັດຕູ, ທະຫານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສົມທົບກັບກອງກຳລັງປະກອບອາວຸດຂອງຄົນຫວຽດນາມຢູ່ລາວ ໄດ້ດຳເນີນການຕໍ່ສູ້ຢ່າງອົງອາດກ້າແກ່ນ, ຕີຕ້ານການບຸກລຸກບຽດຍຶດຂອງສັດຕູຢູ່ບັນດາຕົວເມືອງຕ່າງໆໃຫ້ປະລາໄຊ ເດັ່ນກ່າວໝູ່ແມ່ນບັ້ນຮົບປ້ອງກັນຕົວເມືອງທ່າແຂກ, ຊຶ່ງເປັນຈຸດຍຸດທະສາດສຳຄັນຂອງການປະຕິວັດໃນເວລານັ້ນ.

ເພື່ອກະກຽມໃຫ້ແກ່ການຕໍ່ສູ້ຕ້ານກັບກຳລັງທະຫານຂອງພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກປະຕິການຂາຍຊາດທີ່ຈະຢຶດເອົາຕົວເມືອງທ່າແຂກ, ໃນຕົ້ນເດືອນ 2 ປີ 1946 ໜ່ວຍພັກ ປະຈຳເມືອງທ່າແຂກ ໄດ້ເປີດກອງປະຊຸມ ແລະ ໄດ້ອອກມະຕິທີ່ມີເນື້ອໃນສຳຄັນຕອນໜຶ່ງວ່າ: “ຕ້ອງເພີ່ມທະວີຄວາມສາມັກຄີລະຫວ່າງ 2 ກຳລັງປະກອບອາວຸດຂອງລາວ ແລະ ຊາວຫວຽດນາມຕ່າງດ້າວ ເພື່ອກະກຽມໃຫ້ແກ່ການຕໍ່ສູ້ປ້ອງກັນຕົວເມືອງທ່າແຂກ, ປົກປັກຮັກສາຊັບສົມບັດຂອງປະຊາຊົນ ແລະ ເປັນການທົດສອບໃນແປວໄຟ ເພື່ອສ້າງກຳລັງໃຫ້ເຕີບໃຫຍ່ຂະຫຍາຍຕົວ”.

ປະຕິບັດຕາມມະຕິດັ່ງກ່າວ, ຄະນະບັນຊາການທະຫານ ແລະ ຄະນະຮັກສາຕົວເມືອງທ່າແຂກ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ບັນຊາການສູງສຸດໄດ້ຮຽກໂຮມປະຊຸມ ເພື່ອຜ່ານແຜນການສູ້ຮົບປ້ອງກັນຕົວເມືອງຢ່າງລະອຽດ. ຄະນະບັນຊາການໄດ້ມອບໜ້າທີ່ໃຫ້ 2 ສະຫາຍ ຄື: ສະຫາຍ ສິງກະໂປ ສີໂຄດຈຸນລະມະນີ ແລະ ສະຫາຍ ຫງວຽນແຈງ ຮອງຫົວໜ້າຄະນະບັນຊາການຮັບຜິດຊອບເຂດຕາເວັນອອກສ່ຽງເໜືອ ແລະ ທິດຕາເວັນຕົກສ່ຽງໃຕ້ ຂອງເມືອງທ່າແຂກ, ກຳລັງທະຫານພວກເຮົາລວມມີ 800 ກວ່າຄົນ ໄດ້ຈັດຕັ້ງເປັນ 4 ກອງຮ້ອຍ (ລາວ 2 ກອງຮ້ອຍ, ຊາວຫວຽດນາມຕ່າງດ້າວ 2 ກອງຮ້ອຍ) ປະກອບອາວຸດ ແລະ ມີໜ້າທີ່ຮ່ວມກັບໜ່ວຍປ້ອງກັນຕົວກຽມພ້ອມຕໍ່ສູ້ກັບ ພວກສັດຕູໃນທຸກທິດ.

ບັ້ນຮົບ 21 ມີນາ ປີ 1946 ຢູ່ເມືອງທ່າແຂກ ເຖິງບໍ່ໄດ້ຮັບໄຊຊະນະກໍ່ຕາມ ແຕ່ມັນສະແດງເຖິງຄວາມສາມັກຄີອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າທີ່ອົງອາດກ້າຫານ ສູ້ຮົບເພື່ອປົກປັກຮັກສາເອກະລາດແຫ່ງຊາດ ທີ່ຫາກໍໄດ້ຮັບມາໃໝ່ໆໃນວັນທີ 12 ຕຸລາ 1945, ສະແດງເຖິງເຈດຕະນາລົມ ແລະ ຄວາມມຸ່ງມາດປາຖະໜາຂອງປວງຊົນລາວທັງຊາດ ທີ່ຢາກມີອິດສະຫຼະພາບ, ມີອະທິປະໄຕ ແລະ ຢາກເປັນເຈົ້າຂອງປະເທດຊາດ, ຫຼຸດພົ້ນອອກຈາກແອກຄອບຄອງຂອງພວກລ່າເມືອງຂຶ້ນໃນວັນທີ 21 ມີນາ ເປັນວັນແຫ່ງການປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູ ຂອງປະຊາຊົນລາວບັນດາເຜົ່າທີ່ພ້ອມກັນລຸກຂຶ້ນຕໍ່ສູ້ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ພາຍໃຕ້ການນຳພາ-ບັນຊາການຂອງປະທານ ສຸພານຸວົງ ຊຶ່ງເປັນຜູ້ທີ່ມີຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນຳ ແລະ ສູ້ຮົບ. ບັ້ນຮົບທ່າແຂກ ໄດ້ພິສູດໃຫ້ເຫັນວ່າ ປະທານ ສຸພານຸວົງ ບໍ່ພຽງແຕ່ເປັນເຊື້ອເຈົ້າ, ເປັນນັກຮຽນຮູ້ ແລະ ນັກວິສະວະກອນທີ່ໂດດເດັ່ນເທົ່ານັ້ນ ແຕ່ຍັງເປັນນັກຮົບປະຕິວັດທີ່ກ້າແກ່ນ, ເປັນຜູ້ບັນຊາການທະຫານທີ່ມີຄວາມຊຳນານໃນການວາງແຜນການ ແລະ ຈັດຕັ້ງສູ້ຮົບ, ທັງເປັນຜູ້ທີ່ກ້າຫານເສຍສະຫຼະເພື່ີອປະເທດຊາດ.

ນ້ຳໃຈວັນທີ 21 ມີນາ ແຫ່ງບັ້ນຮົບເມືອງທ່າແຂກໄດ້ຮັບການເສີມຂະຫຍາຍຂຶ້ນສູ່ກະແສສູງໃນຊຸມປີຕໍ່ໆມາແຫ່ງ. ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ກາຍເປັນຂະ ບວນການຕໍ່ສູ້ອັນເດັດຂາດມີໄຊ, ໄດ້ສ້າງວິລະກຳອັນລໍ້າເລີດແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ເມື່ອຫວນຄືນປະຫວັດສາດຂອງວັນຄຽດແຄ້ນ 21 ມີນາ ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າພວກເຮົາຍິ່ງມີຄວາມຈົດຈຳລ້ຳລຶຶກ ແລະ ມີຄວາມກະຕັນຍູຮູ້ບຸນຄຸນ ຄຸນງາມຄວາມດີຂອງນັກຮົບປະຕິວັດຜູ້ເສຍສະຫຼະເພື່ີອເອກະລາດຂອງຊາດໃນໄລຍະແຫ່ງການຕໍ່ສູ້ກູ້ຊາດເວົ້າລວມ ເວົ້າສະເພາະແມ່ນຜູ້ເສຍສະຫຼະໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ.

ຂ່າວໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version