Home ແຈ້ງການສໍາຄັນ ສ່ວຍສາອາກອນ ນວ ອອກແຈ້ງການ ຄັ້ງທີ 2 ກ່ຽວກັບການແຈ້ງມອບອາກອນ

ສ່ວຍສາອາກອນ ນວ ອອກແຈ້ງການ ຄັ້ງທີ 2 ກ່ຽວກັບການແຈ້ງມອບອາກອນ

0

ສ່ວຍສາອາກອນ ປະຈຳນະຄອນຫລວງວຽງຈັນ ອອກແຈ້ງການ ຄັ້ງທີ 2 ມາຍັງ ບຸກຄົນ, ນິຕິບຸກຄົນ ທີ່ເປັນນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດ ຫລືໄດ້ຮັບທະບຽນວິສາຫະກິດຈາກຂະແໜງການທີ່ກ່ຽວຂ້ອງຄື: ຂະແໜງອຸດສາຫະກໍາ ແລະ ການຄ້າ ແຕ່ບໍ່ມາແຈ້ງມອບພັນທະອາກອນໃນລະບົບ TaxRIS ເປັນເວລາ 1 ປີ ຂື້ນໄປ ຈໍານວນ 1.430 ຫົວໜ່ວຍ ໃຫ້ຮີບຮ້ອນເຂົ້າມາພົວພັນ ແລະ ລາຍງານສະພາບການເຄື່ອນ ໄຫວຂອງທຸລະກິດ ແລະ ສາເຫດທີ່ບໍ່ໄດ້ແຈ້ງມອບອາກອນ ໃຫ້ສ່ວຍສາອາກອນປະຈຳນະຄອນຫລວງ ພາຍໃນກໍານົດ 15 ວັນລັດຖະການ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຖ້າກໍລະນີຍັງບໍ່ມາລາຍງານ, ບໍ່ມາແຈ້ງອາກອນສ່ວຍສາອາກອນປະ ຈຳນະຄອນຫລວງວຽງຈັນ ຈະໄດ້ປະສານກັບພາກສ່ວນກ່ຽວຂ້ອງ ເພື່ອຂໍລົບລ້າງອອກຈາກຖານຂໍ້ມູນ ແລະ ດໍາເນີນມາດຕະການຕາມລະບຽບກົດໝາຍຢ່າງເຂັ້ມງວດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version