Home ສາລະໜ້າຮູ້ ອາລົມຄວາມຮູ້ສຶກພື້ນຖານທີ່ມີຜົນກະທົບຕໍ່ພຶດຕິກໍາຂອງມະນຸດ

ອາລົມຄວາມຮູ້ສຶກພື້ນຖານທີ່ມີຜົນກະທົບຕໍ່ພຶດຕິກໍາຂອງມະນຸດ

0

ເມື່ອເຮົາ​ຮູ້ສຶກວ່າໃຈ​ຮ້າຍ ​​ເຮັດ​ຫັຍງບໍ່ໄດ້ຕາມ​ທີ່​​ຕ້ອງການ ມີອາລົມຮູ້ສຶກໂສກເສົ້າເມື່ອເລີກກັບຄົນຮັກ  ມີຄວາມສຸກເມື່ອເຮັດໃນສິ່ງທີ່ມັກ ຫຼື ຢ້ານກົວເວລາໄປບ່ອນທີ່ບໍ່ຄຸ້ນເຄີຍ ຄວາມຮູ້ສຶກທີ່ເກີດຂື້ນທັງໝົດແມ່ນມາຈາກສະພາບແວດລ້ອມທີ່ສົ່ງຜົນກະທົບຕໍ່ພວກເຮົາ ເຮັດໃຫ້ສະຫມອງເກີດການປະເມີນຜົນ ຈົນເຮັດໃຫ້ເກີດອາລົມມີການປ່ຽນແປງໃນຮ່າງກາຍ ແລະ ມີແນວໂນ້ມທີ່ຈະສະແດງໃຫ້ເຫັນຫຼາຍສິ່ງຫຼາຍຢ່າງ ຈົນກາຍເປັນພຶດຕິກໍາ.

ອາລົມແທ້ໆແມ່ນຫຍັງ?
ອາລົມແມ່ນພາວະທີ່ເກີດຂື້ນໃນຊ່ວງໄລຍະສັ້ນໆ ເພື່ອຕອບສະຫນອງກັບສະຖານະການໃນປະຈຸບັນເພື່ອຊ່ວຍໃຫ້ເຮົາປັບຕົວໄດ້ຕາມສີ່ງທີ່ມີການປ່ຽນແປງ ນອກຈາກນັ້ນອາລົມແມ່ນແຮງຈູງໃຈຢ່າງໜື່ງ ເຮັດໃຫ້ເຮົາມີພຶດຕິກໍາທີ່ແຕກຕ່າງກັນ ແລະ ໃນຄວາມຄິດເຫັນສິ່ງທີ່ພວກເຮົາກໍາລັງເຮັດແມ່ນມີຄວາມກ້າວຫນ້າໄປຮອດໃສ?

ມາເບີ່ງ 7 ປະເພດ​ຂອງ​ອາລົມ​ນຳກັນດັ່ງນີ້:

#ໃຈຮ້າຍ (Anger) 

ເປັນຫນຶ່ງໃນອາລົມທີ່ມີອໍານາດທີ່ສຸດ ສາມາດເກີດຈາກຂໍ້ຂັດແຍ້ງ ການແຊກແຊງ ຖືກຕັດສິນແບບບໍ່ຍຸດຕິທຳ ຖືກທໍາຮ້າຍຮ່າງທາງກາຍ ແລະ ຈິດໃຈ ເຊີ່ງອາລົມໃຈຮ້າຍສາມາດມາພ້ອມກັບຄວາມຢ້ານກົວ ແລະ ຄວາມກຽດຊັງ.

# ຄວາມກຽດຊັງ  (Disgust)

ເກີດມາຈາກການຮັບຮູ້ຜ່ານຄວາມຮູ້ສຶກ ເປັນຕົ້ນກິ່ນເໝັນ ກິນອາຫານທີ່ບໍ່ມັກ ແລະ ອື່ນໆ ເຊິ່ງອາດສະແດງອອກຈາກທາງຮ່າງກາຍ ເຊັ່ນ: ຮາກ, ເບະສົບ, ຕີຄີ້ວ ແລະ ອື່ນໆ...

#ຢ້ານ  (Fear)

ເປັນຄວາມຮູ້ສຶກສີ່ງທີ່ສໍາຄັນໃນການຢູ່ລອດຂອງມະນຸດ ເວລາພົບກັບອັນຕະລາຍຄວາມຢ້ານກົວຈະເກີດຂື້ນ ແລະ ຮ່າງກາຍຈະເຮັດວຽກ ການຫາຍໃຈກໍ່ໄວຂຶ້ນ, ຫົວໃຈເຕັ້ນແຮງ, ຕາເປີດກວ້າງກວ່າປົກກະຕິ ຄວາມ​ຢ້ານ​ກົວ​ຈະເຮັດ​ໃຫ້​ເຮົາ​ຮັບຮູ້​ວ່າ​ມີ​ອັນ​ຕະ​ລາຍ ​ແລະ​ ​ຕ້ອງ​ຮັບ​ມື​ກັບ​ມັນ ຄວາມຢ້ານກົວຍັງເຊື່ອມຕໍ່ກັບຄວາມກັງວົນ ແລະ ຮູບແບບການຕອບສະຫນອງ ການ​ຕອບ​ໂຕ້​​ ຊຶ່ງ​ເປັນ​ປະຕິກິລິຍາຕອບສະໜອງໃນ​ເວ​ລາ​ທີ່ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​, ຖືກ​ໂຈມ​ຕີ​ ຫຼື​ ​ຂົ່ມ​ຂູ່​.

#ຄວາມສຸກ (Happiness)

ແມ່ນຄວາມຮູ້ສຶກໃນທາງບວກທີ່ທຸກຄົນຕ້ອງການທີ່ສຸດ ເປັນເງື່ອນໄຂທີ່ບຸກຄົນມີຄວາມເພີ່ງພໍໃຈ ມີຄວາມສຸກກັບບາງສິ່ງບາງຢ່າງ ແລະ ເປັນສັນຍານຂອງການມີສຸຂະພາບດີ ໃບໜ້າຈະມີຮອຍຍິ້ມ ຮູ້ສຶກຜ່ອນຄາຍ ສຽງທີ່ເວົ້າສາມາດຊີ້ບອກວ່າມີຄວາມສຸກແທ້ໆ ສ່ວນຫຼາຍກໍລະນີຄວາມສຸກທີ່ຄົນສ່ວນໃຫຍ່ເຫັນໄດ້ຊັດເຈນຈາກປັດໃຈພາຍນອກ ເຊັ່ນ: ການໄດ້ເງິນເດືອນເພີ່ມ ຊື້ເຄື່ອງນຸ່ງໃຫມ່ ແລະ ອື່ນໆ…

#ໂສກເສົ້າ  (Sadness)

ຈະເປັນໃນລັກສະນະຄວາມຮູ້ສຶກຜິດຫວັງ, ເສຍໃຈ, ສິ້ນຫວັງ, ບໍ່ສົນໃຈໃນເລື່ອງຕ່າງໆ ລວມທັງອາລົມຊຶມເສົ້າ ແລະ ຍາກທີ່ຈະຄວບຄຸມຄວາມຮູ້ສຶກນີ້ ສັງເກດເຫັນວ່າພວກເຮົາຢູ່ໃນອາລົມທີ່ໂສກເສົ້າແມ່ນຄວາມງຽບທີ່ເກີດຂື້ນ ນໍ້າຕາໄຫຼ ບໍ່ຢາກຍຸ້ງກ່ຽວກັບໃຜ ເມີນເສີຍ ແລະ ເສີຍຊາ ລະດັບຄວາມຮຸນແຮງແມ່ນຂຶ້ນກັບສາເຫດຂອງຄວາມໂສກເສົ້າທີ່ຖືກກະທົບຕໍ່ຈິດໃຈ ແລະ ວິທີຈັດການກັບຄວາມໂສກເສົ້າກໍ່ຈະແຕກຕ່າງກັນໄປໃນແຕ່ລະບຸກຄົນ.

#ແປກໃຈ  (Surprise)

ເປັນຄວາມຮູ້ສຶກທີ່ເປັນໄດ້ທັງບວກ, ທັງລົບ ຫຼື ເປັນກາງໆ ຄວາມແປກໃຈແມ່ນຄວາມຮູ້ສຶກທີ່ຕອບສະຫນອງກັບສິ່ງທີ່ບໍ່ຄາດຄິດ ລັກສະນະທີ່ສາມາດສັງເກດໄດ້ແມ່ນ: ຍົກຄີ້ວຂຶ້ນ, ເປີດຕາກວ້າງ, ປາກເປີດ ແລະ ອາດຈະມີການຮ້ອງອອກມາດ້ວຍຕົກໃຈ, ຢ້ານກົວ ຫຼື ດີໃຈ ຂຶ້ນກັບສະຖານະການ.

#ດູຖູກ  (Contempt)

ເປັນອາລົມທີ່ Ekman ເພີ່ມຂື້ນໃຫມ່ ເກີດຂື້ນຈາກຄວາມຮູ້ສຶກວ່າຕົນເອງຢູ່ເຫນືອບຸກຄົນອື່ນໃນເລື່ອງຕ່າງໆ ຫຼື ເປັນການສະແດງອອກໃນສິ່ງທີ່ເຮົາບໍ່ມັກ ການດູຖູກຢຽບຢາມ ແມ່ນຄ້າຍຄືກັນກັບຄວາມກຽດຊັງ ແຕ່ຈະແຕກຕ່າງບ່ອນທີ່ມີການດູຖູກຢຽບຢາມ ຊື່ງເຮົາສາມາດຮູ້ສຶກວ່າຢູ່ເຫນືອຄົນອື່ນ ແຕ່ຄວາມກຽດຊັງຈະຖືກກະຕຸ້ນໂດຍປະສາດສຳພັດຕ່າງໆ.

ທຸກໆ ອາລົມທີ່ເກີດຂື້ນລ້ວນແຕ່ເປັນຜົນປະໂຫຍດຕໍ່ມະນຸດ ບໍ່ມີຄວາມຮູ້ສຶກໃດທີ່ບໍ່ດີ ຫຼື ດີທີ່ສຸດເພາະວ່າທຸກຄວາມຮູ້ສຶກຮູ້ສິ່ງນັ້ນ ເຮົາ​ຄວນ​ເຮັດ ​ຫຼື ​ບໍ່​ເຮັດ​ດີເປັນຕົ້ນການໃຈຮ້າຍ ຍ້ອນ​ຖືກ​ລົບ​ກວນ​ຈົນ​ບໍ່​ສາ​ມາດ​ເຮັດ​ວຽກ​ຕາມ​ທີ່​ວາງໄວ້ ການຈັດການກັບອາລົມຊ່ວຍໃຫ້ເຮົາຄິດຊອກຫາວິທີຈະເອົາຊະນະຂໍ້ຈໍາກັດນັ້ນ ຫຼື ຄວາມຮູ້ສຶກຢ້ານກົວ ເມື່ອພົບກັບສະຖານະການອັນຕະລາຍ ບໍ່ຫນ້າເຊື່ອຖື ບໍ່ໄວ້ວາງໃຈ ຄວນ​ຈັດການ​ກັບອາລົມ​ຂອງ​ເຮົາ ຊື່ງ​ສາມາດ​ຊ່ວຍ​ໃຫ້​ເຮົາ​ປົກ​ປ້ອງ​ຕົນ​ເອງ​ຈາກ​ອັນຕະລາຍ​ ຫຼື ຫຼົບໜີເພື່ອຄວາມຢູ່ລອດ.

ຖ້າເພື່ອນໆ ຍັງພົບວ່າມີບັນຫາໃນການຈັດການອາລົມທີ່ເຮົາຄວບຄຸມບໍ່ໄດ້ ລວມທັງຢາກໃຫ້ມີການພັດທະນາຕົນເອງໃຫ້ມີສຸຂະພາບດີ ຂໍເຊີນທ່ານເຂົ້າໄປປຶກສາກັບຈິດຕະແພດ ຫຼື ນັກຈິດຕະວິທະຍາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version