Home ຂ່າວການເມືອງ ພັກຖືເອົາວຽກງານສິລະປະ-ວັດທະນະທຳເປັນຈຸດໝາຍຂອງການພັດທະນາ

ພັກຖືເອົາວຽກງານສິລະປະ-ວັດທະນະທຳເປັນຈຸດໝາຍຂອງການພັດທະນາ

0

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ວັນທີ 22 ມີນາ 1955-22 ມີນາ 2023 ຄົບຮອບ 68 ປີທີ່ຈະມາເຖິງນີ້, ທ່ານ ວຽງພອນ ສຸກຂະວົງ ກຳມະການຄະນະພັກກະຊວງ ເລຂາຄະນະ ໜ່ວຍພັກ ຜູ້ອໍານວຍການໂຮງຮຽນສິລະປະແຫ່ງຊາດ ໄດ້ມີບາງຄວາມຄິດເຫັນຕໍ່ວັນສຳຄັນດັ່ງກ່າວວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍ ແລະ ຂໍສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການນໍາພາ-ຊີ້ນໍາຂອງພັັກ ຊຶ່ງຍາມໃດກໍເປັນແກນໃນການນໍາພາ-ຊີ້ນໍາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະ ພັດຜູ້ຮຸກຮານຢ່າງດຸເດືອດຂ້ຽວຂາດ, ທໍລະຫົດອົດທົນ ຕໍ່ສູ້ກັບບັນດາກົນອຸບາຍເລ່ຫຼ່ຽມຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ເພື່ອຍາດເອົາເອກະລາດ ອິດສະຫຼະພາບ ປະຊາທິປະໄຕ ມາສູ່ປະຊາຊົນບັນດາເຜົ່າ. ສະແດງອອກຜົນສໍາເລັດໃນການນໍາພາອັນພົ້ນເດັ່ນ ກໍແມ່ນການນໍາພາ-ຊີ້ນໍາວຽກງານສິລະປະ-ວັດທະນະທໍາ ກໍຄືການປະດິດແຕ່ງບົດປະພັນ, ບົດເພງ, ບົດຟ້ອນ ແລະ ການສະແດງສິລະປະຕ່າງໆ ເພື່ອໂຄສະນາປຸກລະດົມຂົນຂວາຍສ້າງເປັນກໍາລັງແຮງຂອງການປະຕິວັດ ກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນລາວບັນດາເຜົ່າ ຜູ້ມີນໍ້າໃຈຮັກຊາດອັນດູດດື່ມດ້ວຍການໂຄສະນາປຸກລະດົມໃຫ້ແກ່ໄຊຊະນະຂອງຝ່າຍປະຕິ ວັດທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ແນວຫຼັງ ຈົນສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລ້ວສະຖາປະນາລະບອບໃໝ່ ລະບອບປະຊາທິປະໄຕ ປະຊາຊົນຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975 ຊຶ່ງໄດ້ກາຍເປັນຄວາມເອກອ້າງທະນົງໃຈຂອງປວງຊົນລາວທັງຊາດ ໄດ້ມີເອກະລາດເປັນເຈົ້າຕົນເອງດັ່ງເຊັ່ນທຸກວັນນີ້ ຍ້ອນມີພັກນໍາພາໃນມື້ນັ້ນ ຈຶ່ງເຮັດໃຫ້ພວກເຮົາມີວັນນີ້.

ທ່ານກ່າວໃຫ້ຮູ້ອີກວ່າ: ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກເຮົາໄດ້ສືບຕໍ່ນໍາພາ-ຊີ້ນໍາປວງຊົນລາວປົກປັກຮັກສາໝາກຜົນຂອງການປະຕິວັດ ໂດຍການດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການວາງແນວທາງນະໂຍບາຍການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ. ພັກເຮົາ ຍາມໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານວັດທະນະທໍາ ໂດຍຖືວ່າວັດທະນະທໍາແມ່ນຄຸນລັກສະນະ, ທັງເປັນປັດໄຈພື້ນຖານຂອງການດໍາລົງຄົງຕົວຂອງຊາດ, ແມ່ນກໍາລັງດັນ ແລະ ຈຸດ ໝາຍຂອງການພັດທະນາສັງຄົມ ຕາມທິດສັງຄົມນິຍົມ. ພ້ອມກັນນັ້ນ ຍັງສຸມໃສ່ການກໍ່ສ້າງບຸກຄະລາກອນ ເປັນບຸລິມະສິດສໍາຄັນ ສະໜອງໃຫ້ບັນດາຂະແໜງສິລະປະ-ວັດທະນະທຳ, ບັນດາກອງສະແດງສິລະປະ ກອນ, ກອງສະແດງໃນຂອບເຂດທົ່ວປະເທດໄດ້ຢ່າງຫຼວງຫຼາຍ ເຮັດໃຫ້ປະເທດລາວມີຖັນແຖວນັກສິລະປິນ, ນັກສະແດງ, ນັກປະດິດແຕ່ງ, ນັກປະພັນ, ນັກກໍາກັບການສະແດງ ແລະ ອື່ນໆມີຄຸນທາດການເມືອງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ມີແບບແຜນການດໍາລົງຊີວິດທີ່ປອດໃສ, ສ້າງວັດທະນະທໍາໃຫ້ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າ, ປະກອບສ່ວນໃນການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາຂອງຊາດ, ຂອງເຜົ່າໃຫ້ກ້າວ ໜ້າເຂັ້ມແຂງ, ກ້າວສູ່ການຫັນເປັນອຸດສາຫະກໍາວັດທະນະທໍາ ແລະ ທັນສະໄໝ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນ ຍ້ອງຍໍສັນລະເສີນ ຊົມເຊີຍຕໍ່ຜົນສໍາເລັດອັນຍິ່ງໃຫຍ່ ໃນການນໍາພາ-ຊີ້ນໍາຂອງພັກປະຊາຊົນ ປະຕິວັດລາວ ທີ່ຍາດມາໄດ້ຕະຫຼອດ 68 ປີ ຜ່ານມາ. ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນໍາ ພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຄວາມຈະເລີນຮຸ່ງເຮືອງສີວິໄລ, ມີຄວາມສົມບູນພູນສຸກ ແລະ ຈະເລີນກ້າວໜ້າເລື້ອຍໆໄປ.

ໂດຍ: ພູວັນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version