Home ຂ່າວໜ້າໜຶ່ງ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງພາຍໃນກໍາປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ກະຊວງພາຍໃນກໍາປູເຈຍ

0

ວັນທີ 20 ມີນາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກກຳປູເຈຍ ນຳໂດຍ ສົມເດັດ ກຣໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນກຳປູເຈຍ ໃນໂອກາດເດີນທາງມາຢ້ຽມຢາມສັນຖະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ລະຫວ່າງ ວັນທີ 17-20 ມີນາ 2023.

ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ສົມເດັດ ກຣໍລາໂຮມ ຊໍ ເຄັງ ພ້ອມດ້ວຍຄະນະຜູ້ແທນກະຊວງພາຍໃນກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອພ້ອມກັນເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນຍາວນານ ລະຫວ່າງ ລາວ-ກຳປູເຈຍ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືປະຈຳປີ 2023 ໃຫ້ມີຜົນສໍາເລັດ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ ສົມເດັດ ກຣໍລາໂຮມ ຊໍ ເຄັງ ພ້ອມຄະນະ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ໂອກາດດັ່ງກ່າວ, ສົມເດັດ ກຣໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ກໍໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ຊາບກ່ຽວກັບຜົນ ສຳເລັດຂອງການຢ້ຽມຢາມສັນຖະວະໄມຕີ ແລະ ເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືສອງຝ່າຍ ປະຈຳປີ 2023 ຮ່ວມກັບຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບລາວ, ພ້ອມທັງໃຫ້ຄຳໝັ້ນວ່າ ຈະເອົາໃຈໃສ່ພົວພັນຮ່ວມມື ແລະ ປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດແຜນການຮ່ວມມື ທີ່ຄະນະຜູ້ແທນຂັ້ນສູງທັງສອງຝ່າຍໄດ້ຕົກລົງຮັບຮອງ ແລະ ກຳນົດໄວ້ຢູ່ໃນບົດບັນທຶກ ວ່າດ້ວຍການຮ່ວມມືສອງຝ່າຍໃຫ້ເປັນຮູບປະທໍາ ແລະ ມີຜົນສໍາເລັດຕາມຄາດໝາຍ.

ຂ່າວ: ສົມຫວັງ

ພາບ: ຂັນໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version