Home ຂ່າວພາຍໃນ ເມືອງລະມາມ ສະຫຼຸບວຽກງານການເງິນປະຈໍາປີ 2022

ເມືອງລະມາມ ສະຫຼຸບວຽກງານການເງິນປະຈໍາປີ 2022

0

ກອງປະຊຸມສະຫຼຸບວຽກງານການເງິນທົ່ວເມືອງລະມາມປະຈໍາປີ 2022 ແລະ ວາງທິດທາງແຜນການປີ 2023 ໃນວັນທີ 17 ມີນາ 2023 ນີ້, ທີ່ສະໂມສອນເມືອງ ໂດຍມີທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ທ່ານ ຄໍາໄລ ປັນຍາຄູນ ຮອງເຈົ້າເມືອງລະມາມ, ຜູ້ຊີ້ນໍາຂົງເຂດເສດຖະກິດຂັ້ນເມືອງ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ຄະນະພັກ-ອົງການປົກຄອງບ້ານໃນທົ່ວເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາປານ ພິມມະເສນ ວ່າການຫົວໜ້າຫ້ອງການ-ການເງິນເມືອງລະມາມ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2022 ຕິດພັນກັບການປະຕິບັດວາລະແຫ່ງຊາດ, ປະຕິບັດມາດຕະການປະຢັດ-ຕ້ານການຟຸມເຟືອຍ, ຕ້ານການຮົ່ວໄຫຼລາຍຮັບງົບປະມານ, ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງສອດຄ່ອງຕາມສາລະບານໂຕເລກແຜນງົບປະມານປະຈໍາປີ; ຊຸກຍູ້ຫົວໜ່ວຍວິສາຫະກິດເຂົ້າໃນລະບົບຄຸ້ມຄອງອາກອນແບບທັນສະໄໝ (Tax Ris) ໄດ້ 397 ຫົວໜ່ວຍ; ນໍາໃຊ້ລະບົບອອກເລກປະຈໍາຕົວຜູ້ເສຍອາກອນບຸກຄົນ (TIN) ເພື່ອເປັນພື້ນຖານໃນການເກັບອາກອນລາຍໄດ້ຈາກບຸກ ຄົນທົ່ວໄປ ແລະ ຈາກທຸລະກໍາດີຈີຕ໋ອນໄດ້ 64 ລະຫັດ; ເກັບລາຍຮັບເຂົ້າງົບປະມານໄດ້ 5,02 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 126% ທຽບໃສ່ປີ 2021 ເພີ່ມຂຶ້ນ 10%, ໃນນີ້ລາຍຮັບຈາກອາກອນປົກກະຕິ 2,75 ຕື້ກີບ ເທົ່າກັບ 135%; ລາຍຮັບທີ່ດິນ 520 ລ້ານກີບ ເທົ່າກັບ 79%; ລາຍຮັບຄ່າທໍານຽມ 60 ລ້ານກີບ ເທົ່າກັບ 75%; ລາຍຮັບຄ່າບໍລິການ 350 ລ້ານກີບ ເທົ່າກັບ 100% ແລະ ລາຍຮັບຈາກການຄຸ້ມຄອງຊັບສິນແຫ່ງລັດ 1,34 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 149%. ສ່ວນລາຍຈ່າຍປະຕິບັດໄດ້ 33,29 ຕື້ກີບ ທຽບໃສ່ແຜນປີເທົ່າກັບ 99% ທຽບໃສ່ປີ 2021 ເພີ່ມຂຶ້ນ 6% ເປັນຕົ້ນ ແມ່ນຈ່າຍເງິນເດືອນ 22,53 ຕື້ກີບ; ເງິນນະໂຍບາຍ 2,19 ຕື້ກີບ; ເງິນບໍລິຫານ 2,49 ຕື້ກີບ; ເງິນດັດສົມສົ່ງເສີມ 1,21 ຕື້ກີບ; ເງິນລົງທຶນ 4,72 ຕື້ກີບ ແລະ ອື່ນໆ 150 ລ້ານກີບ.

ທ່ານ ຄໍາປານ ພິມມະເສນ ໃຫ້ຮູ້ຕື່ມວ່າ: ໃນປີ 2023 ສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 7,60 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 29,49 ຕື້ກີບ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທີ່ຕິດພັນກັບວຽກງານການເງິນ ດ້ວຍຫຼາຍຮູບແບບໃຫ້ສັງຄົມໄດ້ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ; ສືບຕໍ່ຊຸກຍູ້ຫົວໜ່ວຍທຸລະກິດທີ່ມີເງື່ອນໄຂໃຫ້ເຂົ້າສູ່ລະບົບອາກອນມູນຄ່າເພີ່ມ; ປັບປຸງກົນໄກການເກັບລາຍຮັບພາສີທີ່ດິນໃຫ້ເໝາະສົມ; ປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ສ້າງຄວາມເຂັ້ມແຂງ ແລະ ການເພີ່ມຂຶ້ນຂອງລາຍຮັບງົບປະມານແຫ່ງລັດໃຫ້ເປັນຮູບປະທໍາ; ສູ້ຊົນເກັບລາຍຮັບເຂົ້າງົບປະມານຕາມຖານທີ່ມີໃຫ້ຄົບຖ້ວນ ແລະ ຄຸ້ມຄອງລາຍຈ່າຍໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ໂອກາດນີ້, ທ່ານ ຄໍາຮູ້ ອ່ອນມະນີ ແລະ ທ່ານ ຄໍາໄລ ປັນຍາຄູນ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫຼາຍບັນຫາຫ້ຂະແໜງການເງິນເມືອງເອົາໃຈໃສ່ປະຕິບັດ ເປັນຕົ້ນສືບຕໍ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕໍ່ການເຄື່ອນໄຫວວຽກງານໃນປີຜ່ານມາ ໂດຍຖືເອົາການສຶກສາອົບການເມືອງແນວຄິດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຢ່າງເປັນປົກກະຕິ, ຕໍ່ເນື່ອງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ; ເພີ່ມທະວີການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ; ປັບປຸງກົນໄກການເຮັດວຽກ, ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ, ເກັບລາຍຮັບເຂົ້າງົບປະມານໄດ້ຕາມເປົ້າໝາຍ ແລະ ແຜນການທີ່ວາງໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version