Home ຂ່າວໜ້າໜຶ່ງ ເຂດແມ່ນ້ຳຂອງຕອນລຸ່ມ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ

ເຂດແມ່ນ້ຳຂອງຕອນລຸ່ມ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ

0

ຄະນະກຳມາທິການແມ່ນໍ້າຂອງສາກົນ (ຄມສ) ລາຍງານໃຫ້ຮູ້ວ່າ: ໃນເຂດແມ່ນ້ຳຂອງ ຕອນລຸ່ມລວມມີ: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເປັນເຂດໜຶ່ງໃນບັນດາພາກພື້ນທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດ, ເຊິ່ງສົ່ງຜົນກະທົບຕໍ່ເສດຖະກິດ, ລະບົບນິເວດ, ຄວາມຍືນຍົງ ແລະ ຄວາມສາມັກຄີທາງສັງຄົມຂອງບັນດາປະເທດດັ່ງກ່າວ.

ການປ່ຽນແປງດິນຟ້າອາກາດ ບໍ່ພຽງແຕ່ເປັນໄພຂົ່ມຂູ່ຢູ່ເຂດແມ່ນ້ຳຂອງຕອນລຸ່ມເທົ່ານັ້ນ, ປັດຈຸບັນ ມັນໄດ້ສ້າງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນຫລາຍລ້ານຄົນ ທີ່ນໍາໃຊ້ຊັບພະຍາກອນທໍາມະຊາດຂອງແມ່ນໍ້າຂອງ. ໃນທົ່ວເຂດແມ່ນໍ້າຂອງຕອນລຸ່ມ ສາມາດເຫັນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ໄດ້ຢ່າງຊັດເຈນ ເຊັ່ນ: ອຸນຫະພູມທີ່ເພີ່ມຂຶ້ນ ແລະ ການປ່ຽນແປງຂອງປະລິມານນໍ້າຝົນ, ອັດຕານໍ້າໄຫລ, ນໍ້າຖ້ວມ ແລະ ໄພແຫ້ງແລ້ງ ທີ່ສ້າງຄວາມເສຍຫາຍຕໍ່ທີ່ພັກອາໄສ, ພື້ນຖານໂຄງລ່າງ, ພືດພັນການກະເສດ ແລະ ການປະມົງ. ດັ່ງນັ້ນ, ຊຸມຊົນທີ່ມີຄວາມສ່ຽງແມ່ນຜະເຊີນກັບການຂາດແຄນອາຫານ ແລະ ມາດຕະຖານຊີວິດການເປັນຢູ່ທີ່ຫລຸດລົງ. ນອກຈາກນັ້ນ, ລະດັບນໍ້າທະເລທີ່ຄາດວ່າຈະເພີ່ມຂຶ້ນ ຈະເພີ່ມຄວາມເຄັມ ແລະ ໄພນໍ້າຖ້ວມໃນເຂດທົ່ງພຽງແມ່ນໍ້າຂອງ, ເຊິ່ງກໍໃຫ້ເກີດຄວາມເສຍຫາຍຕໍ່ພືດພັນຕ່າາໆໃນພື້ນທີ່ ທີ່ມີຜົນຜະລິດດ້ານກະສິກໍາຫລາຍທີ່ສຸດ ຂອງອ່າງແມ່ນໍ້າຂອງ.

ອີງຕາມການຄົ້ນຄວ້າຂອງ ຄມສ ໄດ້ຄາດຄະເນວ່າ: ການປ່ຽນແປງທີ່ອາດຈະເກີດຂຶ້ນໃນໄລຍະ 20 ຫາ 50 ປີຂ້າງໜ້າ ອຸນຫະພູມຈະເພີ່ມຂຶ້ນໃນທົ່ວອ່າງ ແລະ ຕາມລະດູການ. ຮອດປີ 2060, ລະດັບອູນຫະພູມ ໃນອ່າງຮັບນ້ຳຈະເພີ່ມຂຶ້ນໂດຍສະເລ່ຍຕໍ່ປີອາດຢູ່ລະຫວ່າງ 0.4˚C ຫາ 3.3˚C ອີງຕາມການປ່ອຍອາຍພິດເຮືອນແກ້ວທົ່ວໂລກ. ການປ່ຽນແປງຂອງປະລິມານນ້ຳຝົນໂດຍສະເລ່ຍໃນປີ 2060 ພາຍໃຕ້ມະໂນພາບດິນຟ້າອາກາດແຫ້ງແລ້ງ (Dry Climate Scenario) ຄາດວ່າຈະຫລຸດລົງ 16% ແລະ ພາຍໃຕ້ມະໂນພາບດິນຟ້າອາກາດປຽກຊຸ່ມ (Wet Climate Scenario) ຈະເພີ່ມຂຶ້ນ 17%. ອາດເຮັດໃຫ້ພືດ ແລະ ສັດຫລາຍຊະນິດ ມີຄວາມສ່ຽງສູງຕໍ່ການປ່ຽນແປງຂອງດິນຟ້າອາກາດ. ໃນນັ້ນ, ມີປາຈໍານວນຫລາຍ ໂດຍສະເພາະ ມີຄວາມສ່ຽງ ເນື່ອງຈາກຄວາມອ່ອນໄຫວຕໍ່ກັບອຸທົກກະສາດ. ຮອດປີ 2060 ການສູນເສຍຈາກການເຊາະເຈື່ອນຂອງດິນຄາດວ່າຈະເພີ່ມຂຶ້ນ 16.9%. ພ້ອມກັນນີ້, ແນວໂນ້ມທີ່ຈະຮ້າຍແຮງອາດ ແມ່ນຊຸມຊົນທ້ອງຖິ່ນທີ່ມີການເອື່ອຍອີງຊັບພະຍາກອນທໍາມະຊາດ.

ໄລຍະຜ່ານມາ, ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກຂອງຕົນຢ່າງຈິງຈັງ ດ້ວຍຄໍາແນະນໍາດ້ານວິຊາການ, ການຄົ້ນຄວ້າ ແລະ ເວທີປຶກສາຫາລື ເພື່ອຊຸກຍູ້ການແລກປ່ຽນຄວາມຮູ້ ແລະ ສົ່ງເສີມຄວາມເຂົ້າໃຈ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບການຂ້າມຜ່ານຊາຍແດນ ໂດຍສະເພາະແຜນປະຕິບັດງານ ແລະ ແຜນຍຸດທະສາດການປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍກຳນົດບຸລິມະສິດຍຸດທະສາດ ແລະ ການ ຈັດຕັ້ງປະຕິບັດໃນລະດັບອ່າງແມ່ນໍ້າ ເພື່ອແກ້ໄຂຄວາມສ່ຽງຕໍ່ການປ່ຽນແປງດິນຟ້າອາກາດ ແລະ ເສີມສ້າງຄວາມສາມາດໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໃນບໍລິເວນອ່າງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version