ວັນທີ 16 ມີນາ 2023 ນີ້ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຖະແຫຼຂ່າວຕໍ່ສື່ມວນຊົນກ່ຽວກັບການ ຈັດງານບຸນປີໃໝ່ລາວ ປະຈຳປີ ພສ 2566 ຄສ 2023 ທີ່ນະຄອນຫຼວງພະບາງ ທ່ານກ່າວວ່າ: ການຈັດງານບຸນປີໃໝ່ລາວ ທີ່ນະຄອນ ຫຼວງພະບາງ ປີນີ້ ຈະໄດ້ຈັດໃນລັກຊະນະເຕັມຮູບແບບ ພາຍຫຼັງບໍ່ໄດ້ຈັດສາມປີທີ່ຜ່ານມາ ຍ້ອນສະພາບຄວມຫຍຸ້ງຍາກ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ປັດຈຸບັນຄະນະຮັບຜິດຊອບແຕ່ລະພາກ ສ່ວນ ໄດ້ການກະກຽມໃຫ້ແກ່ການຈັດ ງານບຸນ ຕາມໜ້າວຽກທີ່ຕົນຮັບຜິດຊອບ, ສຳລັບລາຍການເຄື່ອນໄຫວບຸນ ຄະນະຮັບຜິດຊອບ ໄດ້ກຳນົດເອົາແຕ່ວັນທີ 11-20 ເມສາ 2023 ໃນນັ້ນ ວັນທີ 11-12 ເມສາ 2023 ຕອນຄໍ່າ, ມີງານປະກວດນາງສັງຂານ, ວັນທີ 13 ເມສາ ຕອນເຊົ້າ ມີພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາ ວັດຊຽງທອງ, ວັນທີ 14 ເມສາ ຕອນເຊົ້າມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ສີ່ແຍກບ້ານປ່າຂາມ ຫາ ສາມແຍກພະແຍກ ພະແນກໂຍທາທິການ ແລະ ຂົນສົ່ງ, ຈາກນັ້ນ ມີພິທີອາລາດທະນາອັງເຊີນພະພຸດທະຮູບ ລົງຫົດສົງຢູ່ຕາມວັດແຕ່ລະແຫ່ງ, ຕອນບ່າຍ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໄຫວ້ພະ-ເຫດສະຫຼອງຕາມຮີດຄອງປະເພນີ, ວັນທີ 15 ເມສາ ຕອນເຊົ້າ ມີງານບຸນເຜົ່າລື້ ບ້ານຜານົມ, ຕອນບ່າຍມີ ຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ, ວັນທີ 16 ເມສາ ຕອນເຊົ້າ ການນຳພັກ-ລັດ, ປະຊາ ຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ, ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ) ເພື່ອເປັນສິລິມຸງຄຸນ, ຕອນບ່າຍ ມີຂະບວນແຫ່ຫວໍ ຕາມເສັ້ນ ທາງສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຕອນຄໍ່າ, ມີພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິດທະະພັນ, ຮັບຊົມການສະແດງຢູ່ໜ້າຫໍພະບາງ, ວັນທີ 17 ເມສາ ຕອນເຊົ້າ, ມີພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາລາມ ແລະຈັດຕັ້ງພິທີຫົດສົງ ຈົນເຖີງວັນທີ່ 20 ເມສ ຈື່ງຈະມີພິທີອາລາດທະນາອັງເຊີນພະບາງ ກັບຄືນປະດິດສະຖານຢູ່ຫໍພະບາງຕາມເດີມ. ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພ້ອມກັນກຽມຄວາມພ້ອມ ເພື່ອມາທ່ຽວຊົມຫຼວງພະບາງ ຮັບ ຮອງວ່າເມື່ອທ່ານໄດ້ມາທ່ອງທ່ຽວ ຈະມີຄວາມປະທັບໃຈຢ່າງບໍ່ມີວັນລືມ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ ໃຫ້ຮູ້ຕື່ມວ່າ: ບຸນປີໃໝ່ລາວ ເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະຢູ່ນະຄອນ ຫຼວງພະບາງ ຈະມີກິດຈະກຳທີ່ຫຼາກຫຼາຍ ແລະມີເອກະລັກສະເພາະ ທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເຊີ່ງທຸກກິດຈະກຳແມ່ນຊ່ອງແສງໃຫ້ເຫັນເຖີງວັດທະນະທຳ ແລະຮີດຄອງປະເພນີທີ່ເປັນເອກະລັກສະເພາະ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ມີຄວາມປະທັບໃຈເມື່ອໄດ້ມີທ່ອງທ່ຽວ ແລະສຳພັດຕົວຈີງ.
ຂ່າວ;ພາບ: ອາພຸດເດດ ບຸບຜາ