Home ຂ່າວການເມືອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍບິ່ງ

ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍບິ່ງ

0

ວັນທີ 16 ມີນາ 2023, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍ ບິ່ງ, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ຫງວຽນ ຄັກ ເຖີນ (Nguyễn Khắc Thận) ປະທານຄະນະກໍາມະການ ປະຊາຊົນ ແຂວງຖາຍບິ່ງ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດ ພ້ອມພັນລະຍາ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຖາຍ ບິ່ງ.

ໂອກາດນີ້, ສະຫາຍ ຫງວຽນ ຄັກ ເຖີນ (Nguyễn Khắc Thận) ກໍໄດ້ລາຍງານກ່ຽວກັບຄວາມເປັນມາ ຂອງແຂວງ ລວມທັງແຈ້ງໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງ, ແຂວງຖາຍບິ່ງມີປະຊາກອນ 2 ລ້ານ ຄົນ ຈຸດພິເສດຂອງແຂວງເປັນທົ່ງພຽງສາມາດຜະລິດກະສິກຳເປັນຫຼັກ ພ້ອມນັ້ນສະຫາຍຍັງໄດ້ລາຍງານສະ ພາບການພັດທະນາ ເສດຖະກິດສັງຄົມຂອງແຂວງໃນໄລຍະຜ່ານມາ ກໍຄືໝາກຜົນການພົວພັນຮ່ວມມືກັບ ສປປ ລາວ, ໂດຍສະເພາະ ແຂວງຖາຍບິ່ງໄດ້ແຮກສຽວກັບແຂວງໄຊຍະບູລີ, ສະຫາຍເຈົ້າແຂວງຍັງໃຫ້ຄວາມເຊື່ອໝັ້ນວ່າໃນໄລຍະທີ່ສະຫາຍເອກອັກຄະລັດຖະທູດມາດຳລົງຕຳແໜງຢູ່ ສສ ຫວຽດນາມ ຈະເປັນຂົວຕໍ່ໃນການປະສານງານລະຫວ່າງສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນແຂວງຖາຍບິ່ງ ແລະ ບັນດາແຂວງຂອງລາວ.

ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກຜົນການພັດທະນາເສດຖະກິດ-ສັງຄົມໃນ ໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມ ສາມາດໃນການຊີ້ນຳ-ນຳພາຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວ ຂອງ ປະຊາຊົນ ແຂວງຖາຍບິ່ງ. ພ້ອມທັງຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍຄືການຮ່ວມມືລະຫວ່າງ ແຂວງ ຖາຍບິ່ງ ກັບແຂວງໄຊຍະບູລີ ໂດຍສະເພາະແມ່ນການຊ່ວຍ ເຫຼືອກໍ່ສ້າງພື້ນຖານໂຄງລ່າງໃຫ້ແຂວງໄຊຍະບູລີກໍຄືການສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ.

ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດພ້ອມດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ແລະ ພົບປະຄູອາຈານ ແລະ ນັກສຶກສາລາວທີ່ມະຫາວິທະຍາໄລແພດສາດ ແລະ ການຢາ ຖາຍບິ່ງ, ໂດຍການຕ້ອນຮັບ ຂອງ ສະຫາຍ ຮສຈ. ປອ. ຫງວຽນ ກວັກ ຕ້ຽນ, ເລຂາຄະນະພັກ, ປະທານສະພາບໍລິຫານມະຫາວິທະຍາໄລແພດສາດ ແລະ ການຢາຖາຍບິ່ງ ພ້ອມດ້ວຍຄະນະອຳນວຍການ ຄູ – ອາຈານ ແລະ ນ້ອງນັກສຶກສາລາວ.

ສະຫາຍ ຮສຈ. ປອ. ຫງວຽນ ກວັກ ຕ້ຽນ, ກໍໄດ້ລາຍງານປະຫວັດຄວາມເປັນມາຂອງ ມະຫາ ວິທະຍາໄລ ພ້ອມທັງສະພາບການສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ, ມະຫາວິທະຍາໄລແພດສາດແຫ່ງນີ້ໄດ້ສ້າງຂື້ນໃນປີ1968 ແລະ ປີ 1969 ໄດ້ເລີ່ມຮັບນັກສຶກສາລາວເປັນຊຸດທຳອິດ ສຳລັບສົກຮຽນ 2022-2023 ມີນັກສຶກ ສາລາວທັງໝົດຈຳນວນ 280 ຄົນ ມາຈາກແຂວງຫົວພັນ, ແຂວງຊຽງຂວາງ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ, ມາທຶນລັດຖະບານຈຳນວນ 234 ຄົນ, ທຶນສ່ວນຕົວ 46 ຄົນ, ສະຫາຍຍັງໄດ້ລາຍງານຕື່ມວ່າ ທາງມະຫາວິທະຍາໄລໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກມີຫໍພັກສະເພາະນັກສຶກສາລາວ, ມີສະຫວັດດີການໃນຍາມເຈັບເປັນກໍໄດ້ຮັບການເອົາໃຈໃສ່ເບີ່ງແຍງຈາກຄູອາຈານ ແລະ ສະມາຄົມມິດຕະພາບຫວຽດນາມ-ລາວ ແຂວງຖາຍບິ່ງ ແຕ່ກໍຍັງມີບາງ ນ້ອງຍັງຂາດຄວາມເອົາໃຈໃສ່ຄົ້ນຄວ້າຮ່ຳຮຽນ, ເຮັດໃຫ້ຄະແນນຕ່ຳເກີດຄວາມທໍ້ຖອຍເຮັດໃຫ້ຮຽນບໍ່ຈົບ, ບາງຄົນ ຍັງບໍ່ເຄົາລົບຕໍ່ກົດໝາຍ, ກົດລະບຽບຂອງໂຮງຮຽນ ວາງອອກ ຍັງຫຼີ້ນກິນຟຸມເຟືອຍ.

ໂອກາດນີ້, ສະຫາຍ ເອກອັກຄະລັດຖະ ທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຂອບໃຈ ພ້ອມຕີລາຄາ ສູງຕໍ່ການຊ່ວຍເຫຼືອຂອງລັດຖະບານຫວຽດນາມກໍຄືການນຳແຂວງຖາຍບິ່ງທີ່ໄດ້ໃຫ້ທຶນຊ່ວຍເຫຼືອລາວ, ສະຫາຍ ໄດ້ ຝາກຄວາມເປັນຫ່ວງເປັນໄຍຈາກລັດຖະບານກໍຄືການນຳຂັ້ນສູງ ຂອງສອງ ປະເທດ ຕໍ່ກັບ ຄຸນນະພາບການສຶກສາ ຂອງນັກສຶກສາລາວທີ່ ສສ ຫວຽດນາມ, ພ້ອມນັ້ນທ່ານຍັງຮຽກຮ້ອງໃຫ້ຄູ-ອາຈານເອົາໃຈໃສ່ ບໍ່ໃຫ້ມີຄະແນນ ນະໂຍບາຍໃນເວລາສອບເສັ່ງ, ພ້ອມນັ້ນ ທ່ານຍັງໄດ້ປຸກລະດົມ ໃຫ້ກຳລັງໃຈ ນ້ອງໆນັກສຶກສາໃຫ້ ພ້ອມກັນສຶກສາ ຄົ້ນຄວ້າຮ່ຳຮຽນ ແລະ ຮຽນຮູ້ຮັກອາຊີບຂອງຕົນພ້ອມທັງມີຈັນຍາບັນຂອງແພດໝໍ ຈົ່ງພ້ອມກັນເຄົາລົບ ຕໍ່ລະບຽບ ກົດໝາຍ ກໍຄືລະບຽບຂອງໂຮງຮຽນວາງອອກ ຈົ່ງຊ່ວຍກັນຍາດແຍ່ງເອົາຄວາມຮູ້ ເພື່ອນຳເມືອເບີ່ງແຍງດູແລ ສຸຂະພາບ ຂອງປະຊາຊົນລາວ ກໍຄືປິ່ນປົວປະຊາຊົນພາຍໃນແຂວງຂອງຕົນໃຫ້ໄດ້ຮັບປະສິດ ທິພາບສູງ.

ຂ່າວ,ພາບ: ສະຖານທູດລາວທີ່ຮ່າໂນ້ຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version