Home ຂ່າວໜ້າໜຶ່ງ ກະຊວງ ຖວທ ຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແຈກຢາຍສື່ສິ່ງພິມ ກ່ຽວກັບວຽກງານຕ້ານການຄ້າມະນຸດ

ກະຊວງ ຖວທ ຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແຈກຢາຍສື່ສິ່ງພິມ ກ່ຽວກັບວຽກງານຕ້ານການຄ້າມະນຸດ

0

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ)  ຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແຈກຢາຍສື່ສິ່ງພິມວຽກງານຕ້ານການຄ້າມະນຸດ ໃນລະຫວ່າງວັນທີ 13 – 14 ມີນາ 2023 ທີ່ຫ້ອງວ່າການປົກຄອງເມືອງ ແຂວງຫຼວງນ້ຳທາ, ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຂອງອົງການວິນຣອກສາກົນ ກໍຄືອົງການພັດທະນາສາກົນແຫ່ງປະເທດສະຫະລັດອາເມລິກາ (USAID)  ພາຍໃຕ້ການເປັນປະທານ ຂອງທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ເຂົ້າຮ່ວມໂດຍທ່ານ ກູລະສິນ ວິເເຄ່ລູ ຄະນະພັກຮາກຖານ ອຳນວຍການວິທະຍຸ-ໂທລະພາບ ແຂວງຫຼວງນ້ຳທາ,  ມີບັນດາຫົວໜ້າພະແນກ-ຮອງພະແນກ ຖວທ, ບັນດາພະນັກງານອ້ອມຂ້າງທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດານ້ອງນັກຮຽນເຂົ້າຮ່ວມ.

ທ່ານ ອິນປອນ ນະຄອນສີ ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ແມ່ນບາດກ້າວສໍາຄັນໃນການເພີ່ມທັກສະ, ຄວາມຮູ້, ຄວາມສາມາດຮູບແບບໃໝ່ໆ ກ່ຽວກັບວຽກງານຕ້ານການຄ້າມະນຸດ ເພື່ອເປັນກະບອກສຽງໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານປະສານສົມທົບຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆ ທີ່່ກ່ຽວຂ້ອງ ນຳເອົາແນວທາງນະໂຍບາຍ ຕໍ່ກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນໄວໜຸ່ມ ຕ້ອງມີສະຕິລະວັງຕົວຕໍ່ກັບກົນອຸບາຍເລ່ຫຼ່ຽມ ຂອງຂະບວນການຄ້າມະນຸດທັງພາຍໃນ ແລະ ຕ່າງປະເທດ. ພ້ອມນັ້ນ ກອງປະຊຸມຍັງໄດ້ແຈກຢາຍ ແລະ ແນະນໍາການໃຊ້ສື່ສິ່ງພິມໃນວຽກງານຕ້ານການຄ້າມະນຸດ ເຊັ່ນ: ກາຕູນເອເນເມຊັ້ນ, ໂປດສະເຕີ ແລະ ປື້ມຄູ່ມືການໂຄສະນາເຜີຍແຜ່ສະກັດກັ້ນຕ້ານການຄ້າມະນຸດ ເຊິ່ງຖືເປັນພາຫະນະໜຶ່ງ ແລະ ເປັນຄູ່ມືໃຫ້ບັນດາສື່ມວນຊົນ ໃຊ້ເປັນກະບອກສຽງ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການປ້ອງກັນ, ຕ້ານການຄ້າມະນຸດໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຜິດໄພດັ່ງກ່າວ, ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍ ໄດ້ຖືກຕົວະຍົວະຫລອກລວງໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕ່ງດອງຢູ່ຕ່າງປະເທດ ເຊິ່ງມີຄວາມສ່ຽງຕໍ່ການຕົກເປັນເຫຍື່ອຂອງການຄ້າມະນຸດ, ການຝຶກອົບຮົມໃນຄັ້ງນີ້ຖືເປັນການປະກອບສ່ວນທີ່ສໍາຄັນໃນການສະກັດກັ້ນ, ແກ້ໄຂບັນຫາ ແລະ ປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ນັບມື້ນັບໝົດໄປໃນທົ່ວສັງຄົມລາວ.

ພາບ-ຂ່າວ: ເຍດດາລາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version