Home ຂ່າວການເມືອງ ປະກາດສ້າງຕັ້ງອົງການກວດສອບປະຈຳພາກກາງ ແຫ່ງທີ 2

ປະກາດສ້າງຕັ້ງອົງການກວດສອບປະຈຳພາກກາງ ແຫ່ງທີ 2

0

ພິທີປະກາດການສ້າງຕັ້ງອົງການກວດສອບປະຈຳພາກກາງແຫ່ງທີ 2 ທີ່ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 14 ມີນາ 2023 ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ ໂດຍເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ມີຄະນະນຳອົງການປົກຄອງແຂວງ ອົງການກວດສອບແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວໄດ້ມີການຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການສ້າງຕັ້ງອົງການກວດສອບປະຈຳພາກກາງແຫ່ງທີ 2 ຢູ່ແຂວງສະຫວັນນະເຂດ ສະບັບເລກທີ 314/ຄປຈ ຜ່່ານມະຕິຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການແຕ່ງຕັ້ງ ທ່ານ ອຸໄພວັນ ໄຊຍະວົງ ເລຂາພັກເມືອງ ເຈົ້າເມືອງອາດສະພັງທອງ ແຂວງສະຫວັນນະເຂດ ເປັນປະທານອົງການກວດສອບປະຈໍາພາກກາງທີ 2 ແຕ່ງຕັ້ງ ທ່ານ ພູລັດຕະນະ ພົມມະຫາໄຊ ຮອງຫົວໜ້າຫ້ອງການອົງການກວດສອບແຫ່ງລັດ ເປັນຮອງປະທານອົງການກວດສອບປະຈຳພາກກາງແຫ່ງທີ 2 ພ້ອມນັ້ນຍັງໄດ້ປະກາດແຕ່ງຕັ້ງຫົວໜ້າ ຮອງຫົວໜ້າ ແລະ ພະແນກການ ພາຍໃນອົງການກວດສອບແຫ່ງລັດຈໍານວນໜຶ່ງຕື່ມອີກ.

ທ່ານ ບຸນໂຈມ ອຸບົນປະເສີດ ກ່າວວ່າ: ການຂະຫຍາຍກົງຈັກການຈັດຕັ້ງ ກໍຄື ການຂະຫຍາຍພາກ ການຈັດວາງສັບຊ້ອນພະນັກງານຖື ເປັນເລື່ອງປົກກະຕິຂອງກົງຈັກການບໍລິຫານວຽກງານຂອງພັກ-ລັດ ໂດຍສະເພາະ ອົງການກວດສອບແຫ່ງລັດ ເພື່ອສຸມໃສ່ເຂົ້າໃຈຊີ້ນຳ-ນຳາການຈັດຕັ້ງຜັນຂະຫຍາຍວຽກງານກວດສອບໃຫ້ມີຜົນສຳເລັດຍິ່ງຂຶ້ນ ສະແດງຄວາມຊົມເຊີຍເປັນຍ່າງຍີ່ງ ທີ່ອົງການກວດສອບໄດ້ຂະຫຍາຍຕົວອອກເປັນຫຼາຍຂົງເຂດກວດສອບ ເພື່ອເຮັດໃຫ້ການຄຸ້ມຄອງງົບປະມານ ຊັບສິນຂອງລັດ ໃຫ້ມີຄວາມຮັດກຸມ ແລະ ເຂັ້ມງວດຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version