Home ຂ່າວພາຍໃນ ໂຮງຫມໍ ແຂວງອຸດົມໄຊ ໄດ້ຮັບລົດອາບູລັງ ຈຳນວນ 1 ຄັນ ຈາກຫລວງປູ່ ປຣີດາ ສັນທະກະໂຣ ( ຫລວງປູ່ທຸຍ )

ໂຮງຫມໍ ແຂວງອຸດົມໄຊ ໄດ້ຮັບລົດອາບູລັງ ຈຳນວນ 1 ຄັນ ຈາກຫລວງປູ່ ປຣີດາ ສັນທະກະໂຣ ( ຫລວງປູ່ທຸຍ )

0

ໃນຕົ້ນເດືອນ ມີນາ 2023 ນີ້ ຢູ່ທີ່ ໂຮງຫມໍ ແຂວງອຸດົມໄຊ ໄດ້ຈັດພິທີ ຮັບລົດ ອາບູລັງ ຈຳ ນວນ 1 ຄັນ ໂດຍມີທ່ານ ດຣ ລັດຕາ ອຳນວຍການ ໂຮງຫມໍ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ແລະ ພະນັກງານ ລັດຖະກອນ ພາຍໃນ ໂຮງຫມໍ ແຂວງອຸດົມໄຊ ເຂົ້າໃນພິທີ ຕ້ອນຮັບ ລົດດັ່ງ ກ່າວ.

ອີງຕາມຂໍ້ມູນ ຂອງໂຮງຫມໍ ແຂວງອຸດົມໄຊ ລາຍງານວ່າ: ລົດທີ່ໄດ້ຮັບໃນຄັ້ງນີ້ ແມ່ນໄດ້ມາຈາກ ຫລວງປູ່ ປຣີດາ ສັນທະກະໂຣ ( ຫລວງປູ່ທຸຍ ) ຈາກວັດປ່າ ດ່ານວິເວກ ອຳເພີ ໂພທິໄສ ຈັງຫວັດບຶງການ ແຫ່ງຣາຊະອານາຈັກໄທ ທີ່ໄດ້ຈັດລະດົມທຶນ ຫລື ງົບປະມານ ນຳບັນດາອອກຕົນຍາດໂຍມ ທີ່ມີຈິດໃຈ ເຫລື້ອມໃສສັດທາ ໃນຕົວຂອງຫລວງປູ່ ປຣີດາ ສັນທະກະໂຣ. ທັງເປັນການປະກອບສ່ວນ ເຮັດບຸນ ເຮັດກຸສົນ ດ້ວຍການນຳເອົາງົບປະມານ ທີ່ລະດົມໄດ້ໃນຄັ້ງນີ້ ຈັດຊື້ ລົດອາບູລັງ ຈຳນວນ 1 ຄັນ ພ້ອມດ້ວຍ ເຄື່ອງມື ແລະ ອຸປະກອນການແພດ ຈຳນວນຫນຶ່ງ ລວມມູນຄ່າທັງຫມົດ ຈຳນວນ 2.260.000 ບ້ານ ( 2 ລ້ານ 2 ແສນ 6 ຫມື່ນບາດ ) ຫລື ເທົ່າກັບ 1 ຕື້ 1 ຮ້ອຍ 30 ລ້ານກີບ ເພື່ອມອບໃຫ້ກັບ ໂຮງຫມໍ ແຂວງອຸດົມໄຊ ໃນການນຳໃຊ້ ເຂົ້າໃນການຮັບ – ສົ່ງ ຄົນເຈັບ ລວມທັງການເຄື່ອນໄຫວວຽກງານອື່ນໆ ພາຍໃນໂຮງຫມໍ.

ຈາກນັ້ນ ໄດ້ມີການຈັດສົ່ງມາທີ່ໂຮງຫມໍ ແຂວງອຸດົມໄຊ ຕາມລະບຽບການ ແລະ ຂັ້ນຕອນ.

ທາງໂຮງຫມໍ ແຂວງອຸດົມໄຊ ໄດ້ສະແດງຄວາມຂອບໃຈ ມາຍັງ ຫລວງປູ່ ປຣີດາ ສັນທະກະໂຣ ທີ່ເຫັນໄດ້ຄວາມສຳຄັນ ແລະ ໃຫ້ການຊ່ວຍເຫລືອ ໃນຄັ້ງນີ້ ແລະ ທາງໂຮງຫມໍແຂວງອຸດົມໄຊ ຈະນຳໃຊ້ລົດດັ່ງກ່າວ ເຂົ້າໃນການປະຕິບັດຫນ້າທີ່ວຽກງານ ຂອງຕົນ ໃຫ້ມີປະສິດທິພາບ ແລະ ຍາວນານ ໂດຍແນ່ໃສ່ເຮັດໃຫ້ ການຮັບ – ສົ່ງຄົນເຈັບ ແລະ ການປະຖົມພະຍາບານ ໃນຂັ້ນເບື້ອງຕົ້ນ ໃຫ້ມີຄວາມວ່ອງໄວ ແລະ ທັນກັບສະພາບການ. ທັງເປັນການ ພັດທະນາ ແລະ ຍົກລະດັບ ວຽກງານການແພດ ຂອງໂຮງຫມໍ ແຂວງອຸດົມໄຊ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນອີກໃນລະດັບຫນຶ່ງ.

ຂ່າວ: ຄານມະນີ ຮຽນດໍຈັນ

#ມີເດຍລາວ

#ອຸດົມໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version