Home ຂ່າວການເມືອງ ຜູ້ນໍາພາປວງຊົນລາວ ສ້າງຊີວິດໃໝ່ ໃຫ້ນັບມື້ນັບສົມບູນພູນສຸກ

ຜູ້ນໍາພາປວງຊົນລາວ ສ້າງຊີວິດໃໝ່ ໃຫ້ນັບມື້ນັບສົມບູນພູນສຸກ

0

ນັບແຕ່ມື້ໄດ້ຮັບການສ້າງຕັ້ງ ພັກປະຊາຊົນລາວ ກໍຄື ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ຍາມໃດກໍຮັບເອົາພາລະກຳປະຫວັດສາດຂອງການປະຕິວັດລາວ ຢືນຢູ່ຕໍ່ໜ້າການທົດສອບອັນທ້າທາຍຫຼາຍຢ່າງ ຊຶ່ງໃນຕະຫຼອດຂະບວນການປະຕິວັດຂອງພັກນັ້ນ ພັກເຮົາ ໄດ້ໂຄສະນາປຸກລະດົມຂົນຂວາຍ ສາມາດເຕົ້າໂຮມກ້ອນກຳລັງມະຫາສາມັກຄີ, ເປັນຜູ້ນໍາພາປວງຊົນລາວ ເຜົ່າຕ່າງໆ ຕໍ່ສູ້ ແລະ ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ຈົນໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ພັກ ໄດ້ສືບຕໍ່ເປັນຜູ້ນໍາພາປວງຊົນລາວ ກໍ່ສ້າງຊີວິດໃໝ່ ໃຫ້ນັບມື້ນັບມີຄວາມສົມບູນພູນສຸກ.

ເນື່ອງໃນໂອກາດວັນສ້າງຕັັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/ 2023) ທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ກ່າວສະແດງຄວາມຮູ້ສຶກ ຕໍ່ວັນດັ່ງກ່າວວ່າ: ວັນທີ 22/3/1955 ເປັນວັນທີ່ມີຄວາມໝາຍສຳຄັນ ໃນປະຫວັດສາດແຫ່ງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ, ທັງເປັນເຫດການ-ການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດ. ພຽງແຕ່ໄດ້ກຳເນີດເກີດຂຶ້ນ, ພັກເຮົາໄດ້ຢືນຢູ່ຕໍ່ໜ້າການທົດສອບອັນຮ້າຍແຮງທີ່ສຸດ ໃນການຕ້ານການດຳເນີນສົງຄາມຮຸກຮານທີ່ມີລັກສະນະລ້າງຜານດ້ວຍກຳລັງອັນໃຫຍ່ຫຼວງ ແລະ ກົນອຸບາຍເລ່ຫຼ່ຽມຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່. ແຕ່ເຖິງຢ່າງໃດກໍຕາມ, ດ້ວຍການນໍາພາອັນສະຫຼາດສ່ອງໃສ ແລະ ແນວທາງນະໂຍບາຍອັນຖືກຕ້ອງ ໃນແຕ່ລະໄລຍະ ພັກເຮົາໄດ້ນໍາໃຊ້ຫຼາຍວິທີໃນການດຳເນີນປະຕິວັດ ເພື່ອຍາດເອົາເອກະລາດ ອິດສະຫຼະພາບ ປະຊາທິປະໄຕ ມາສູ່ປະຊາຊົນລາວບັນດາເຜົ່າ. ບາງຜົນສຳເລັດໃນການນໍາພາອັນພົ້ນເດັ່ນ ກໍແມ່ນການນໍາພາ-ຊີ້ນໍາ ວຽກງານສື່ມວນຊົນ ກໍຄື ການໂຄສະນາປຸກລະດົມຂົນຂວາຍ ປຸກລະດົມກຳລັງແຮງຂອງການປະຕິວັດ ກ້ອນກຳລັງມະຫາສາມັກຄີ ທົ່ວປວງຊົນລາວ ເຜົ່າຕ່າງໆ ຜູ້ມີນໍ້າໃຈຮັກຊາດອັນດູດດື່ມ ດ້ວຍການໂຄສະນາໃຫ້ແກ່ໄຊຊະນະຂອງຝ່າຍປະຕິວັດທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ແນວຫຼັງ, ເຜີຍແບກົນອຸບາຍຂອງສັດຕູ, ສ້າງສະຕິລະວັງຕົວແກ່ທະຫານພະນັກງານ ແລະ ປະຊາຊົນ ຈົນຍາດໄດ້ໄຊຊະນະສົມບູນ ໃນພາລະກິດຕໍ່ສູ້ກູ້ຊາດ, ໄຂສັກກະລາດໃໝ່ ແຫ່ງຄວາມເປັນເອກະລາດ, ອິດສະຫຼະພາຍ ແລະ ວັດທະນາຖາວອນ.

ກ້າວສູ່ໄລຍະໃໝ່ຂອງການປະຕິວັດ, ພັກເຮົາ ໄດ້ສືບຕໍ່ນໍາພາປວງຊົນລາວ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ ໃຫ້ມີຄຸນນະພາບສູງຂຶ້ນ ເປັນກ້າວໆ ໂດຍການດຳເນີນສອງໜ້າທີ່ຍຸດທະສາດ ກໍຄື ດຳເນີນແນວທາງນະໂຍບາຍການປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ຊຶ່ງພັກເຮົາໄດ້ຢືນຢູ່ຕໍ່ໜ້າການທົດສອບທີ່ທ້າທາຍຫຼາຍຢ່າງ ໃນທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນ ຜັນແປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກ ບວກກັບ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຢູ່ປະເທດເຮົາ. ພັກເຮົາ ຍິ່ງຖືສຳຄັນການນໍາພາ-ຊີ້ນໍາ ຄຸ້ມຄອງວຽກງານສື່ມວນຊົນ ເພື່ອໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ເຕົ້າໂຮມກ້ອນກຳລັງມະຫາມັກຄີ ດຳເນີນແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພັກເຮົາ ໄດ້ສືບຕໍ່ເປັນຜູ້ນໍາພາປວງຊົນລາວ ເຜົ່າຕ່າງໆ ສ້າງຊີວິດໃໝ່ ໃຫ້ນັບມື້ນັບມີຄວາມສົມບູນພູນສຸກ ຕາມຈຸດປະສົງດຽວຂອງພັກ ຄື: ຈົງຮັກພັກດີຮັບໃຊ້ຜົນປະໂຫຍດຂອງຊາດ ແລະ ປະຊາຊົນເຜົ່າຕ່າງໆ, ຢາກໃຫ້ປະຊາຊົນຢູ້ດີກິນດີ ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີເຂັ້ມແຂງ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້, ໃນນາມປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ຂ້າພະເຈົ້າ ຂໍຍ້ອງຍໍສັນລະເສີນ ຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ ໃນການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ທີ່ຍາດມາໄດ້ໃນຕະຫຼອດ 68 ປີ ຜ່ານມາ. ຂໍອວຍພອນໄຊອັນປະເສີດ ມາຍັງບັນດາການນໍາພັກ-ລັດ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ ສືບຕໍ່ນໍາພາປວງຊົນລາວ ຜ່ານຜ່າຄວາມຫຍຸ້ງຍາກ ຍາດໄດ້ຜົນງານອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ເພື່ອພັດທະນາເສດຖະກິດຕາມທິດທີ່ມີຄຸນນະ ພາບ, ສົມດຸນ, ຕໍ່ເນື່ອງ, ຍືນຍົງ ແລະ ເປັນສີຂຽວ; ນໍາພາປະເທດຊາດຫຼຸດພົ້ນອອກຈາກຄວາມທຸກຍາກ ໃຫ້ປະຊາຊົນລາວເຮົາມີຄວາມຜາສຸກ, ມີຄວາມຈະເລີນຮຸ່ງເຮືອງ ນັບມື້ນັບສົມບູນພູນສຸກ ແລະ ກ້າວສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວ.

ໂດຍ: ສ. ບຸດປະຊາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version