Home ຂ່າວພາຍໃນ ຜູ້ປະກອບການເຮັດທຸລະກຳດ້ານເງິນຕາທົ່ວແຂວງຮັບຟັງການເຜີຍແຜ່ກົດໝາຍ

ຜູ້ປະກອບການເຮັດທຸລະກຳດ້ານເງິນຕາທົ່ວແຂວງຮັບຟັງການເຜີຍແຜ່ກົດໝາຍ

0

ວັນທີ 14 ມີນາ ຜ່ານມາ ທີ່ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຂຶ້ນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ, ມີບັນດາຕົວແທນຈາກພະແນກການຂອງລັດ, ຫົວໜ້າສາຂາທະນາຄານທຸລະກິດ, ອຳນວຍການສະຖາບັນການເງິນຈຸລະພາກ, ບໍລິສັດນໍາເຂົ້າ-ສົ່ງອອກເຂົ້າຮ່ວມ.

ທ່ານ ວົງພະຈັນ ແສງສຸວັນ ກ່າວວ່າ: ຈຸດປະສົງຂອງການເຜີຍແຜ່ກົດໝາຍຄັ້ງນີ້, ແມ່ນແນໃສ່ໃຫ້ບັນດາທ່ານທີ່ເຂົ້າຮ່ວມໄດ້ເຂົ້າໃຈ ໂດຍພື້ນຖານກ່ຽວກັບສະພາບບັນຫາການນໍາໃຊ້ເງິນຕາຕ່າງປະເທດໃນໄລຍະຜ່ານມາ, ຮູ້ພາບລວມກ່ຽວກັບການເຄື່ອນໄຫວທຸລະກຳ ແລະ ການໃຫ້ບໍລິການເງິນຕາຕ່າງປະເທດ ໂດຍຈະລົງເລິກ ແລະ ເນັ້ນໜັກເນື້ອໃນກ່ຽວກັບສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ (ສາຂາ ທຫລ, ບັນດາພະແນກການຂອງແຂວງ, ສາຂາທະນາຄານທຸລະກິດ, ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ແລະ ບັນດາບໍລິສັດທີ່ຕິດພັນກັບການນໍາໃຊ້ເງິນຕາຕ່າງປະເທດ ທີ່ມີສຳນັກງານຢູ່ທ້ອງຖິ່ນ) ໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ແລະ ຄວາມເປັນເຈົ້າການໃນການເຄື່ອນໄຫວທຸລະກຳເງິນຕາຕ່າງປະເທດຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເງິນຕາຕ່າງປະເທດ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ເລກທີ 15/ສພຊ, ລົງວັນທີ 7 ກໍລະກົດ 2022 ແລະ ຂໍ້ຕົກລົງວ່າດ້ວຍການບໍລິການແລກປ່ຽນເງິນຕາ ເລກທີ 1026/ທຫລ, ລົງວັນທີ 28 ທັນວາ 2022 ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບ ຊຶ່ງລາຍລະອຽດທາງຄະນະຮັບຜິດຊອບແມ່ນນໍາສະເໜີຕໍ່ທີ່ປະຊຸມ, ພ້ອມນັ້ນຍັງໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ ເພື່ອເຮັດໃຫ້ການຄຸ້ມຄອງເງິນຕາເປັນໜ້າທີ່ຂອງທຸກຄົນ.

(ຂ່າວ: ສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version