Home ຂ່າວພາຍໃນ ໂຮງຮຽນສາທາລະນະສຸກແຂວງຄຳມ່ວນ ຈັດພິທີມອບໝອກຂາວ ແລະ ແສງທຽນໃຫ້ນັກສຶກສາ

ໂຮງຮຽນສາທາລະນະສຸກແຂວງຄຳມ່ວນ ຈັດພິທີມອບໝອກຂາວ ແລະ ແສງທຽນໃຫ້ນັກສຶກສາ

0

ພິທີມອບໝວກຂາວ ແລະ ແສງທຽນ ໃຫ້ນັກສຶກສາພະຍາບານ ຊັ້ນສູງ ປີທີ 2 ຮຸ້ນທີ VII ຂອງໂຮງຮຽນສາທາລະນະສຸກແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 14 ມີນາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ດຣ. ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ, ທ່ານ ດຣ. ເພັງຄານ ບຸນວາດສະໜາ ຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ, ທ່ານ ດຣ. ຖາວອນ ໄກຍະລາຊ ຮອງຜູ້ອຳນວຍການໂຮງໝໍແຂວງ, ມີພະນັກງານ ຄູ – ອາຈານ, ແຂກຮັບເຊີນ ແລະ ນັກສຶກສາພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ໂອກາດນີ້ ທ່ານ ດຣ. ເພັງຄານ ບຸນວາດສະໜາ ກໍ່ໄດ້ເປັນກຽດມອບໝວກຂາວໃຫ້ແກ່ນັກສຶກສາ ພ້ອມນັ້ນກໍ່ໄດ້ຮັບຟັງປະຫວັດຂອງຜູ້ໃຫ້ກຳເນີດວິຊາຊີບພະຍາບານ ແລະ ຄວາມເປັນມາຂອງເຄື່ອງແບບພະຍາບານ ເຊິ່ງການແຕ່ງກາຍຂອງພະຍາບານໃນເວລາທີ່ກຳລັງປະຕິບັດວຽກງານຈະຕ້ອງສວມເຄື່ອງແບບສີຂາວ, ໝວກກໍ່ເປັນສ່ວນໜຶ່ງຂອງເຄື່ອງແບບພະຍາບານເຊິ່ງສະແດງເຖິງການເສຍສະຫຼະສ່ວນຕົວເພື່ອຊ່ວຍເຫຼືອຜູ້ອື່ນ ແຕ່ໃນລັກສະນະຂອງພະຍາບານແລ້ວ ໝວກ ແມ່ນມີຈຸດປະສົງເພື່ອປົກຄຸມຜົມບໍ່ໃຫ້ຕົກຫຼົ່ນລົງມາໃສ່ຄົນເຈັບໃນເວລາກຳລັງເຮັດວຽກ ຫຼື ກຳລັງປິ່ນປົວຄົນເຈັບ, ສ່ວນລັກສະນະຂອງໝວກ ທີ່ມີຄວາມແຕກຕ່າງ ເປັນພຽງສ່ວນໜຶ່ງຂອງເຄື່ອງແບບ ຫຼື ບອກໃຫ້ຮູ້ວ່າພະຍາບານຜູ້ນັ້ນສຳເລັດຈາກສະຖາບັນການສຶກສາໃດ. ສະນັ້ນໝວກຈຶ່ງເປັນເຄື່ອງແບບທີ່ມີກຽດຕິຍົດ ແລະ ເປັນສັນຍາລັກທີ່ບົ່ງບອກໃນອາຊີບຂອງພະຍາບານ ເພື່ອປະຕິບັດໜ້າທີ່ຕໍ່ປະຊາຊົນໃນເວລາມາຮັບການປິ່ນປົວ. ສ່ວນແສງທຽນແມ່ນປຽບເໝືອນແສງສະຫວ່າງທີ່ນຳພາໄປສູ່ຄວາມສຳເລັດ. ໃນໂອກາດດຽວກັນ ທ່ານ ດຣ. ແສງທອງ ເສີມລຳວັນ ຍັງໄດ້ຮຽກຮ້ອງມາຍັງນັກສຶກສາທຸກຄົນຈົ່ງຕັ້ງໃຈຮໍ່າຮຽນ ແລະ ຮັກອາຊີບພະຍາບານຢ່າງແທ້ຈິງ, ໃນເວລາປະຕິບັດວຽກງານຕົວຈິງກໍ່ຕ້ອງມີຄວາມອົດທົນເຂັ້ມແຂງ, ຮັບໃຊ້ພໍ່ແມ່ປະຊາຊົນ, ເວົ້າຈາສຸພາບ, ເຄົາລົບນັບຖື ຄູ-ອາຈານ ແລະ ເອົາໃຈໃສ່ປິ່ນປົວຄົນເຈັບດ້ວຍຄວາມຈິງໃຈ, ຮັກສາຄົນເຈັບປຽບສະເໜືອນຄົນໃນຄອບຄົວ, ບໍ່ຈຳແນກຄົນເຈັບ ບໍ່ວ່າຈະເປັນຄົນໂທດ ແລະ ຄົນມີຖານະອື່ນໆ.

#Medialaos#ມີເດຍລາວ#Khammouane News #ແຂວງຄຳມ່ວນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version