Home ຂ່າວພາຍໃນ ທ່ານ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນ ລົງຕິດຕາມສະພາບບັນຫາຜົນກະທົບ ກິ່ນຂິວຄວັນ ຈາກໂຮງງານ ໂຊກມີໄຊ (ໂຮງງານເມັດຢາງ) ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງບ້ານທ່າຊະໂນ

ທ່ານ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ນະຄອນ ລົງຕິດຕາມສະພາບບັນຫາຜົນກະທົບ ກິ່ນຂິວຄວັນ ຈາກໂຮງງານ ໂຊກມີໄຊ (ໂຮງງານເມັດຢາງ) ທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງບ້ານທ່າຊະໂນ

0

ເນື່ອງຈາກປະຊາຊົນບ້ານທ່າຊະໂນ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ມີຫຼາຍຄອບຄົວໄດ້ຮັບຜົນກະທົບຈາກສະພາບແວດລ້ອມກິ່ນຂິວຄວັນ ທີ່ສົ່ງຜົນບໍ່ດີຕໍ່ສຸຂະພາບຢ່າງແຮງ ມາໃນວັນທີ 13 ມີນາ 2023ນີ້ ທ່ານ ຫວານເຢັນ ນັນສູນທະວົງ ຫົວໜ້າຫ້ອງການຊັບພະຍາກອນ

ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ໄກສອນ ພົມວິຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ລົງຕິດຕາມສະພາບຕົວຈິງຂອງໂຮງງານໂຊກມີໄຊ(ໂຮງງານເມັດຢາງ) ອັນໄດ້ສົ່ງຜົນກະທົບ (ກິ່ນຂິວຄວັນ) ຕໍ່ປະຊາຊົນໃນເຂດນັ້ນ.

ຕໍ່ກັບບັນຫາດັ່ງກ່າວ ທ່ານ ຫວານເຢັນ ນັນສູນທະວົງ ກໍໄດ້ຮັບຟັງການລາຍງານຕົວຈິງ ຈາກຄະນະພັກ,ຄະນະປົກຄອງບ້ານ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕໍ່ກັບບັນຫາສະພາບເເວດລ້ອມກິ່ນຂິວຄວັນດັ່ງກ່າວ ແມ່ນເກີດຈາກໂຮງງານທີ່ໄດ້ສ້ອມແປງ ຕິດຕັ້ງທໍ່ສົ່ງຄວັນ ແລະ ທົດລອງເຄື່ອງຈັກຈຳນວນ 3 ເຄື່ອງທີ່ໄດ້ປິດໄວ້ 1 ປີ, ເຊິ່ງທາງໂຮງງານໄດ້ເລີ່ມສ້ອມແປງ ແລະໄດ້ທົດລອງ ເປີດເຄື່ອງໃນເວລາ 10ໂມງຕອນເຊົ້າ ຂອງວັນທີ 8 ມີນາ 2023 ເຊິ່ງໄດ້ມີຄວັນ ແລະໄດ້ສ້ອມແປງຕໍ່ອີກ .ມາຮອດເວລາ 14-17ໂມງ ຂອງວັນດຽວກັນ ໄດ້ເກີດຄວັນຈຳນວນຫຼວງຫຼາຍ ຊຶ່ງເກີດຈາກເສດຢາງທີ່ຄ້າງໃນເຄື່ອງເກີດການເຜົາໄໝ້,ເຊິ່ງໃນເວລາສ້ອມແປງທາງໂຮງງານກໍ່ບໍ່ໄດ້ມີການແຈ້ງ ໃຫ້ທາງຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນພະແນກອຸດສາຫະກຳ ແລະ ການຄ້າແຂວງ,ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ,ນະຄອນ ແລະ ອຳນາດການປົກຄອງບ້ານ ຮັບຮູ້ ໃນເວລາຢຸດຫຼືເປີດເຄື່ອງທຳການຜະລິດ.ຈາກນັ້ນກໍ່ໄດ້ມີການແນະນໍາ ປຶກສາ-ຫາລື ແລະ ໃຫ້ທາງໂຮງງານແກ້ໄຂ ເລັ່ງປັບປຸງ ແລະ ຕິດຕັ້ງເຄື່ອງບຳບັດຄວັນຜ່ານນ້ຳ ຫຼື ບຳບັດດ້ວຍເຕັກນິກອື່ນແຕ່ຮັບປະກັນບໍ່ໃຫ້ສົ່ງກິ່ນຂິວເໜັນ .ໃນປະຈຸບັນທາງຄະນະກໍາມະການໄດ້ ສັ່ງໂຈະການດໍາເນີນກິດຈະການຜະລິດຊົ່ວຄາວຈົນກວ່າຈະສຳເລັດແລ້ວ ຈຶ່ງໃຫ້ສະເໜີຫາພາກສ່ວນກ່ຽວຂ້ອງເພື່ອລົງມາກວດກາຄືນ ແລະ ເພື່ອປັບປຸງແຜນຄຸ້ມຄອງສິ່ງແວດລ້ອມ,ມາດຕະການອື່ນໆໃຫ້ໄດ້ຕາມມາດຕະການ ແລະ ຮັບປະກັນດ້ານສະພາບແວດລ້ອມ.

ຈາກນັ້ນ,ທ່ານ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນ ກໍໄດ້ເນັ້ນໃຫ້ໂຮງງານແກ້ໄຂຢ່າງຮີບດ່ວນ, ພາກສ່ວນທີ່ກ່ຽວຂ້ອງຕ້ອງຕິດຕາມ, ກວດກາ, ໂຮງງານກໍຕ້ອງປະຕິບັດຕາມກົດລະບຽບ, ສັນຍາ ແລະ ບົດບັນທຶກຢ່າງເຄັ່ງຄັດ ເພື່ອຮັບປະກັນບໍ່ໃຫ້ບັນຫາດັ່ງກ່າວເກີດຂຶ້ນອີກ ແລະ ດໍາເນີນຕາມລະບຽບກົດໝາຍຮັບປະກັນດ້ານຄວາມປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ./

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ

#savannakhet#medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version