Home ຂ່າວຕ່າງປະເທດ ອີຢູ ຊ່ວຍເຫຼືອດ້ານມະນຸດສະທໍາ ແກ່ອາຟຣິກາ

ອີຢູ ຊ່ວຍເຫຼືອດ້ານມະນຸດສະທໍາ ແກ່ອາຟຣິກາ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຄະນະກໍາມະການເອີຣົບ (EC) ປະກາດບ້ວງເງິນຊ່ວຍເຫຼືອມະນຸດສະທໍາ ມີມູນຄ່າ 50 ລ້ານເອີໂຣ ໃຫ້ແກ່ພາກພື້ນ ອາຟຣິກາໃຕ້ ແລະ ມະຫາສະໝຸດ ອິນເດຍ. ບ້ວງເງິນດັ່ງກ່າວຈະຊ່ວຍແກ້ໄຂສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານ, ດ້ານການຂາດສານອາຫານ ແລະ ໃຫ້ປະຊາຊົນພາກພື້ນນີ້ໄດ້ເຂົ້າເຖິງການບໍລິການພື້ນຖານ, ກຽມພ້ອມຮັບມືກັບໄພພິບັດ ແລະ ຊຸກຍູ້ການສຶກສາໃນສະພາວະສຸກເສີນໃນທົ່ວພາກພື້ນ. ໃນນັ້ນ, 13,3 ລ້ານເອີໂຣ ແບ່ງໃຫ້ ມາດາຢາກາ, 25 ລ້ານ ເອີໂຣ ໃຫ້ ໂມຊໍາບິກ, 7,4 ລ້ານ ເອີໂຣ ໃຫ້ແກ່ ຢິມບຳເວ ແລະ 4,3 ລ້ານເອີໂຣ ແບ່ງໃຫ້ ເລໂຊໂທ, ມາລາວີ ແລະ ໂຄງການອື່ນໆໃນພາກພື້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version