Home ຂ່າວໜ້າໜຶ່ງ ຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື

ຄະນະຈັດຕັ້ງສູນກາງພັກ ໂອ້ລົມພະນັກງານຫຼັກແຫຼ່ງ ແຂວງ ອັດຕະປື

0

ໃນວັນທີ 13 ມີນາ 2023 ນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມຄະນະ ໄດ້ເດີນທາງມາເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຢູ່ທີ່ຫໍປະຊຸມໃຫຍ່ ແຂວງ ອັດຕະປື ເຊິ່ງໃຫ້ການຕ້ອນຮັບອັນອົບອຸ່ນ ຈາກສະຫາຍ ເລັດ ໄຊຍະພອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື ພ້ອມຄະນະນຳຫຼັກແຫຼ່ງທຸກພາກສ່ວນເຂົ້າຮ່ວມ.

ສະຫາຍ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງ ອັດຕະປື ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງໃນຄັ້ງນີ້ໃຫ້ຮູ້ວ່າ: ໃນຕະຫຼອດໄລຍະທີ່ຜ່ານມາຄະນະພັກ-ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຖືເອົາວຽກງານຈັດຕັ້ງພະນັກງານເປັນວຽກໜຶ່ງທີ່ສໍາຄັນ ແລະ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ອັນທີ່ພົ້ນເດັ່ນແມ່ນການແກ້ໄຂຈຸດອ່ອນຂໍ້ບົກຜ່ອງດ້ວຍການສຶກສາອົບຮົມກໍ່ສ້າງຊ່ວຍເຫຼືອ ຫຼື ດ້ວຍມາດຕະການຕ່າງໆທີ່ສອດຄ່ອງກັບລະບຽບການດ້ວຍຄວມຮັບຜິດຊອບສູງ.

ໂອກາດດຽວກັນ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄໍາເຫັນໃຫ້ທິດຊີ້ນໍາຫຼາຍບັນຫາ ຊຶ່ງກ່ອນອື່ນ ສະຫາຍ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍເຊີຍຕໍ່ຄະນະພັກ, ອົງການປົກຄອງແຂວງແຕ່ລະຂັ້ນ, ຕະຫຼອດຮອດພໍ່່ແມ່ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນຊາວແຂວງ ອັດຕະປື ທີ່ໄດ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ການສ້າງສາແຂວງໃຫ້ມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກລະດັບດີຂຶ້ນເປັນກ້າວໆ, ພ້ອມກັນນັ້ນທ່ານ ໄດ້ນິ້ນໜັກໃຫ້ຄະນະນຳຫຼັກແຫຼ່ງທຸກພາກສ່ວນ ຈົ່ງເອົາໃຈໃສ່ ວຽກງານກໍ່ສ້າງພັກ-ພະນັກງານໂດຍສະເພາະແມ່ນ ຄະນະພັກທຸກຂັ້ນຕ້ອງເພີ່ມທະວີການນໍາພາການເມືອງ-ແນວຄິດ ໃຫ້ຫຼາຍຂຶ້ນກວ່າເກົ່າ, ສ້າງເງື່ອນໄຂໃຫ້ຖັນແຖວພະນັກງານນຳພາ, ພະນັກງານຫຼັກແຫຼ່ງແຕ່ລະຂັ້ນ ໄດ້ຮັບການປະກອບສ່ວນຄວາມຮູ້ດ້ານແນວທາງ ນະໂຍບາຍຂອງພັກ ແລະ ມູນເຊື້ອອັນດີງານມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ ເພື່ອສ້າງຄວາມເປັນເອກະພາບສູງ ດ້ານແນວຄິດ ແລະ ການກະທຳ.

ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນຕິດພັນກັບການປັບປຸງພະນັກງານໃຫ້ມີຄວາມຊື່ສັດບໍລິສຸດ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາ ແລະ ແບບແຜນການດຳຊີວິດໃຫ້ສອດຄ່ອງ, ສ້າງຄວາມມີລະບຽບວິໄນ, ຈຸດໃດທີ່ຍັງອ່ອນ, ຄົງຄ້າງ ຕ້ອງໄປແກ້ຢ່າງເດັດດ່ຽວ; ສືບຕໍ່ສ້າງຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ ເປັນຕົ້ນ ຄະນະນຳຫຼັກແຫຼ່ງຕ້ອງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຕ້ອງເປັນຜູ້ທີ່ອົດທົນ, ດຸໝັ່ນຄົ້ນຄວ້າບັນດານິຕິກໍາຕ່າງໆ ໂດຍສະເພາະ ກໍາແໜ້ນນິຕິກໍາໃນວຽກງານກໍ່ສ້າງພັກ ເປັນຕົ້ນ ມະຕິ, ຄໍາສັ່ງ, ຄໍາແນະນໍາ, ແຈ້ງການ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ ແລະ ຜັນຂະຫຍາຍອອກເປັນນິຕິກໍາຂອງແຂວງ, ຂອງເມືອງ ຕາມຄວາມເໝາະສົມ; ຕ້ອງກໍາປະຫວັດຕົ້ນກໍາເນີດ, ປະຫວັດການເຄື່ອນໄຫວ, ສະພາບຈຸດພິເສດ ແລະ ຜົນງານຂອງພະນັກ ງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງແຂວງ, ຂອງເມືອງ ເປັນແຕ່ລະໄລຍະ, ເອົາໃຈໃສ່ປະຕິບັດລະບອບຊຸກຍູ້, ຕິດຕາມກວດກາການປະຕິບັດສິດ, ໜ້າທີ່ ຂອງຄະນະພັກ, ສະມາຊິກພັກ ໂດຍສົມທົບກັບຄະນະພາກສ່ວນກ່ຽວຂ້ອງເພື່ອຕິດຕາມກວດກາການປະຕິບັດໜ້າທີ່ຂອງພະນັກງານ-ລັດຖະກອນ ໃຫ້ໄປຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍອື່ນໆ ແລະ ລະບຽບການກ່ຽວຂ້ອງ ໃຫ້ເປັນປົກກະຕິ ແລະ ໝັກແໜ້ນ…

#ພາບ-ຂ່າວ: ໄພບູນ

#ມີເດຍລາວ#ອັດຕະປື

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version