Home ຂ່າວໜ້າໜຶ່ງ ຍ່າງເພື່ອສຸຂະພາບສະຫລອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

ຍ່າງເພື່ອສຸຂະພາບສະຫລອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

0

ໃນຕອນເຊົ້າວັນທີ 12 ມີນາ 2023, ທີ່ສວນປະຕູໄຊ, ນະຄອນຫລວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບເພື່ອສະເຫລີມສະຫລອງ ວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 58 ປີ(13 ມີນາ 1965–13 ມີນາ 2023) ຢ່າງເປັນຂະບວນຟົດຟື້ນ, ພາຍໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດ ທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດີຈິຕ໋ອນໃນທົ່ວປະເທດ”.

ການສະເຫລີມສະຫລອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫລາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງບົດ ບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ, ໂທລະຄົມ ມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ. ພ້ອມ ນັ້ນ, ກໍເພື່ອພັດທະນາວຽກງານໄປສະນີ, ໂທລະຄົມມະນາ ຄົມ ໃຫ້ຊຸກຍູ້ສົ່ງເສີມການຄ້າອອນລາຍ, ການຜະລິດອຸດ ສາຫະກຳໃນຍຸກດີຈິຕ໋ອນ ແລະ ການຖ່າຍທອດເຕັກໂນໂລຊີດີຈິຕ໋ອນ ທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ປະ ກອບສ່ວນການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາເສດ ຖະກິດດີຈິຕ໋ອນຂອງປະເທດເຮົາ ເພື່ອຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ, ຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈິຕ໋ອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດີຈິຕ໋ອນ ແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ.

ກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້ ໂດຍມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກຕສ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ແຂກທີ່ຖືກເຊີນ, ພະນັກ ງານພາຍໃນ ກຕສ, ບັນດາຜູ້ປະກອບການ ແລະ ພໍ່ແມ່ປະ ຊາຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version