Home ຂ່າວຕ່າງປະເທດ ອິນໂດເນເຊຍ ອະນຸຍາດໃຫ້ນັກລົງທຶນ ໃຊ້ເນື້ອທີ່ດິນ ໃນໄລຍະ 95 ປີ

ອິນໂດເນເຊຍ ອະນຸຍາດໃຫ້ນັກລົງທຶນ ໃຊ້ເນື້ອທີ່ດິນ ໃນໄລຍະ 95 ປີ

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ລັດຖະບານອິນໂດເນເຊຍ ປະກາດກົດລະບຽບໃໝ່ ສຳລັບການລົງທຶນ ໃນໂຄງການ ເມືອງຫລວງແຫ່ງໃໝ່ຂອງປະເທດ ໂດຍລວມເຖິງມາດຕະການດຶງດູດການອະນຸຍາດໃຫ້ກຸ່ມນັກລົງທຶນ ເຂົ້າມານຳໃຊ້ເນື້ອທີ່ດິນເປັນໄລຍະເວລາ 95 ປີ ໃນເມືອງຫລວງດັ່ງກ່າວ ໂດຍມີຊື່ວ່າ ນູຊັນຕາຣາ, ຕັ້ງຢູ່ໃນ ເນື້ອທີ່ດິນ 256.142 ເຮັກຕາ ຢູ່ເກາະກາລິມັນຕັນ, ເປັນເກາະ ຂະໜາດໃຫຍ່ ອັນດັບ 2 ຂອງ ອິນໂດເນເຊຍ .

ທ່ານ ບັມບັງ ຊູຊານໂຕໂນ ປະທານອົງການບໍລິຫານເມືອງນູຊັນຕາຣາ ຄາດວ່ານະໂຍບາຍໃໝ່ນີ້ຈະດຶງດູດການລົງທຶນຈາກພາກເອກະຊົນ ໂດຍສະເພາະບັນດານັກລົງທຶນຕ່າງປະເທດ ໃຫ້ເຂົ້າມາລົງທຶນໃນໂຄງການເມືອງຫລວງ ແຫ່ງໃໝ່ ຫລາຍຂຶ້ນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version