Home ຂ່າວໜ້າໜຶ່ງ ລົງນາມເອກະສານແລກປ່ຽນການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ

ລົງນາມເອກະສານແລກປ່ຽນການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ

0

ພິທີລົງນາມເອກະສານແລກປ່ຽນ ສະບັບປັບປຸງ ເພື່ອຮັບເອົາການຊ່ວຍເຫລືອຈາກລັດຖະ ບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການປັບປຸງສິ່ງອໍານວຍຄວາມສະດວກ ແລະ ອຸປະກອນຫ້ອງປະຕິບັດຕົວຈິງ ສໍາລັບ ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 9 ມີນາ 2023, ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ແມ່ນ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີ ພະນັກງານຈາກຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ເອກະສານແລກປ່ຽນດັ່ງກ່າວ, ແມ່ນການປັບປຸງເອກະສານທີ່ສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 15 ມີນາ 2022 ຜ່ານມາ ໂດຍໄດ້ມີການເພີ່ມມູນຄ່າຂອງໂຄງການ ຈາກ 2 ຕື້ 105 ລ້ານເຢນ (ປະມານ 19,4 ລ້ານໂດລາ ສະຫະລັດ) ມາເປັນ 2 ຕື້ 500 ລ້ານເຢນ ເພື່ອໃຫ້ສອດຄ່ອງກັບອັດຕາແລກປ່ຽນໃນປັດຈຸບັນ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງໃນການຈັດຕັ້ງປະຕິບັດໂຄງການ.

ໃນພິທີ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການພັດທະນາຊັບພະຍາກອນມະນຸດ ແລະ ການຊ່ວຍ ເຫລືອຂະແໜງການອື່ນໆ ໃນໄລຍະຜ່ານມາ, ເປັນການຊ່ວຍເຫລືອທີ່ມີປະສິດທິພາບ, ມີປະສິດທິຜົນ ແລະແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນການຊຸກຍູ້ການພັດ ທະນາຂະແໜງການສຶກສາ ທີ່ເປັນບູລິມະສິດຂອງ ສປປ ລາວ ກໍຄື ການສືບຕໍ່ສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9(2021-2025)ຂອງ ສປປ ລາວ ໃຫ້ເປັນຮູບປະທໍາເທື່ອລະກ້າວ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າພາກສ່ວນກ່ຽວຂ້ອງຂອງລາວ ກ່າວຄຳໝັ້ນສັນຍາໃນການນໍາໃຊ້ໂຄງການຊ່ວຍເຫລືອຄັ້ງນີ້ ຢ່າງມີປະສິດທິພາບ ແລະ ເກີດຜົນປະໂຫຍດສູງສຸດ ແລະ ສະແດງຄວາມຫວັງວ່າ ໂຄງການຊ່ວເຫລືອດັ່ງກ່າວ ຈະປະກອບສ່ວນອັນສໍາຄັນໃນການສ້າງບຸກຄະລາກອນທີີ່ມີຄຸນນະພາບ ໃຫ້ແກ່ ພາກລັດ ແລະ ເອກະຊົນຂອງລາວ ໃນການພັດທະນາຂະແໜງອຸດສາຫະກໍາ, ລວມທັງຄວາມຮຽກຮ້ອງຕ້ອງການຂອງບໍລິສັດຕ່າງປະເທດ ແລະ ບໍລິສັດຂອງປະເທດຍີ່ປຸ່ນທີ່ກໍາລັງລົງທຶນຢູ່ ສປປ ລາວ ແລະ ມີແຜນການຈະລົງທຶນຢູ່ ສປປ ລາວ ໃນຕໍ່ໜ້າອີກດ້ວຍ.

ໂກາດດຽວກັນນີ້, ທ່ານເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ ກໍໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫລືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ, ລວມທັງການສືບຕໍ່ຜັນຂະຫຍາຍແຜນປະຕິບັດງານຮ່ວມ (Action Plan) ທີ່ຜູ້ນໍາສອງປະເທດ ໄດ້ຮັບຮອງຮ່ວມກັນ ໃນເດືອນເມສາ 2021 ຜ່ານມາ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.

ພາບ: ອ່າຍຄຳ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version