Home ຂ່າວຕ່າງປະເທດ ຟີລິບປິນ ກວດພົບພະຍາດອະຫິວາອາຟຣິກາໃນໝູລະບາດ

ຟີລິບປິນ ກວດພົບພະຍາດອະຫິວາອາຟຣິກາໃນໝູລະບາດ

0

ຕາມ​ຂ່າວ​ຈາກຣອຍ​ເຕີ ວັນ​ທີ 9​ ມີນາ​ນີ້, ສຳນັກງານອຸດສາຫະກຳສັດ​ ຂອງ​ກະຊວງກະ​ສິກຳ ຟີ​ລິບ​ປິນ ລາຍ​ນງານຜົນ​ການກວດ​ເລືອດ 58 ຕົວ ຢ່າງ ຈາກ​ທັງ​ໝົດ 149 ຕົວຢ່າງ ​ໃນ​ແຂວງ​ເຊ​ບູ ມີ​ຜົນ​ການ​ທົດ​ລອງ ​ເປັນ​ບວກ ສະ​ແດງ ​ໃຫ້​ເຫັນ​ວ່າ ມີ​ການ​ຕິດ​ເຊື້ອ ​ພະຍາດ ອະຫິວາ ອາ​ຟຣິກາ​ ໃນ​ໝູ ສາມາດ ​ແພ່​ໄດ້​ງ່າຍ ​ໃນ​ໝູ ​ແຕ່​ບໍ່​ເປັນ​ ອັດ​ຕະລາຍ ​ຕໍ່​ມະນຸດ. ປັດຈຸບັນ ພວມ​ລະບາດ​ຢູ່ 12​ແຂວງ ຈາກ​ທັງ​ໝົດ ຫລາຍ​ກວ່າ 80 ​ແຂວງ​ ຂອງ​ຟີ​ລິບ​ປິນ. ຂະນະ​ນີ້ ​ເຈົ້າໜ້າ​ທີ່​ ກ່ຽວຂ້ອງ ພວມ​ລົງ ​ຕິດຕາມ ​ຢ່າງ​ໃກ້ຊິດ ​ເພື່ອ​ຄວບ​ຄຸມ ພະ​ຍາດ​ນີ້ ​ຢ່າງ​ຮີບ​ດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version