Home ຂ່າວຕ່າງປະເທດ ສສ ຫວຽດນາມ ສົ່ງເສີມການຄ້າສີຂຽວ-ຍຸດຕິທຳ

ສສ ຫວຽດນາມ ສົ່ງເສີມການຄ້າສີຂຽວ-ຍຸດຕິທຳ

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, UKVFTA ເລີ່ມມີຜົນສັກສິດ ຢ່າງເປັນທາງການ ແຕ່ວັນທີ 01 ພຶດສະພາ 2021 ພາຍຫລັງ ທີ່ສັນຍາ ມີຜົນສັກສິດ, ອັງກິດ ລົບລ້າງກວ່າ 85% ຈຳນວນ ປະເພດ ພາສີ ອາກອນ ໃຫ້ແກ່ ສິນຄ້າຂອງ ສສ ຫວຽດນາມ. ພ້ອມກັບ ແຜນຫລຸດຜ່ອນ ພາສີອາກອນ, ສ້າງທ່າແຮງ ສະດວກ ໃຫ້ຫລາຍຜະລິດ ຕະພັນ ທີ່ມີທ່າແຮງ, ສັນຍາ ການຄ້າ ເສລີ ລະຫວ່າງ ສສ ຫວຽດນາມ ແລະ ອັງກິດ ແລະ ອຽກລັງເໜືອ (UKVFTA) ແມ່ນຂອບເຂດ ສຳຄັນ ໃຫ້ແກ່ ການເຄື່ອນໄຫວ ຮ່ວມມື ດ້ານການຄ້າ ສີຂຽວ ແລະ ຍຸຕິທຳ, ທ່າອ່ຽງ ພັດ ທະນາ ສຳຄັນ ໃນທົ່ວໂລກ ເພື່ອຕອບສະໜອງ ຄວາມຮຽກຮ້ອງ ຕ້ອງການ ກ່ຽວກັບ ການພັດທະນາ ແບບຍືນຍົງ. ນີ້ແມ່ນຂໍ້ມູນ ທີ່ໄດ້ຍົກອອກມາ ໃນ ກອງປະຊຸມ ສັນຍາ UKVFTA – ການຄ້າຂຽວ ແລະ ຍຸຕິທຳກັບ ຫວຽດນາມ ໂດຍກະຊວງ ອຸດສາຫະກຳ ການຄ້າ ແລະ ສະຖານທູດ ອັງກິດ ແລະ ອຽກລັງ ເໜືອ ປະຈຳ ສສ ຫວຽດນາມ ສົມທົບກັນ ຈັດຂຶ້ນ ໃນວັນທີ 7 ມີນານີ້ ຢູ່ ນະຄອນຫລວງ ຮ່າໂນ້ຍ.ຈາກ​ນັ້ນ ທ່ານ ນາງ ຫວຽນແຄງອັກ, ຮອງຫົວ ໜ້າກົມ ເອີຣົບ-ສ.ອາເມລິກາ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ, ໃຫ້ຮູ້ວ່າ: ອັງກິດ ມີທ່າແຮງ ດ້ານເຕັກໂນໂລຊີ, ພະລັງງານ ທົດແທນ, ເອົາ ໃຈໃສ່ ລົງທຶນຢູ່ ສສ ຫວຽດນາມ. ຫລັງ​ຈາກ ອັງກິດ ເພີ່ມທະວີ ການລົງທຶນ ກໍ່ໝາຍຄວາມວ່າ ເລື່ອງນຳເຂົ້າ ສິນຄ້າຂອງ ສສ ຫວຽດນາມ ຄາດວ່າ ຈະເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ບັນດາ ວິສາຫະກິດ ຫວຽດນາມ ກໍ່ເອົາ ໃຈໃສ່ ຕອບສະໜອງ ມາດຕະຖານ ດ້ານສິນຄ້າ, ສິ່ງແວດລ້ອມ ຢ່າງຖືກ ຕ້ອງ.ປະຈຸບັນ ອັງກິດ ພວມແມ່ນ ຄູ່ຮ່ວມມືໃຫຍ່ ອັນດັບທີ 15 ໃນຈຳນວນ 141 ປະເທດ ແລະ ເຂດແຄ້ວນທີ່ເຂົ້າມາລົງທຶນຢູ່ ສສ ຫວຽດນາມ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version