Home ຂ່າວພາຍໃນ ຫວຽດນາມ ວາງແຜນກຳນົດສັງລວມເຂດອ່າງແມ່ນ້ຳ ໄລຍະ 2021 – 2030

ຫວຽດນາມ ວາງແຜນກຳນົດສັງລວມເຂດອ່າງແມ່ນ້ຳ ໄລຍະ 2021 – 2030

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຊັນອະນຸມັດການວາງແຜນກຳນົດສັງລວມເຂດອ່າງແມ່ນ້ຳ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ເປົ້າໝາຍການວາງແຜນກຳນົດເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳຢູ່ເຂດອ່າງແມ່ນ້ຳ, ການເກັບນ້ຳ, ຈັດແບ່ງຊັບພະຍາກອນນໍ້າ ຢ່າງມີຄວາມສະເໝີພາບ, ເໝາະສົມ, ການຂຸດຄົ້ນ, ນຳໃຊ້ແຫຼ່ງນ້ຳຢ່າງປະຢັດ, ມີປະສິດທິຜົນ ຕິດພັນກັບການປົກປັກຮັກສາ, ພັດທະນາຊັບພະຍາກອນນ້ຳແບບຍືນຍົງ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການນ້ຳຂອງປະຊາຊົນ, ພັດທະນາເສດຖະກິດ – ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາສິ່ງແວດລ້ອມ. ປົກປ້ອງຊັບພະຍາກອນນ້ຳ, ປະຕິບັດເປົ້າໝາຍຫັນເປັນດີຈີຕອນແຫ່ງຊາດບົນພື້ນຖານກໍ່ສ້າງ, ເຄື່ອນໄຫວລະບົບຂໍ້ມູນຊັບພະຍາກອນນ້ຳເປັນເທື່ອລະກ້າວ, ຮັບປະກັນການເຊື່ອມຕໍ່ກັບລະບົບຂໍ້ມູນຊັບພະຍາກອນສິ່ງແວດລ້ອມ, ບັນດາຂະແໜງທີ່ຂຸດຄົ້ນ ແລະ ນຳໃຊ້ນ້ຳ. ໜຶ່ງໃນບັນດາເນື້ອໃນທີ່ໜ້າສົນໃຈຂອງການວາງແຜນກຳນົດແມ່ນການຄຸ້ມຄອງ, ປັບປຸງ, ຈັດແບ່ງແຫຼ່ງນ້ຳປະກອບສ່ວນເຂົ້າໃນການຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳໃຫ້ແກ່ບັນດາເປົ້າໝາຍຂຸດຄົ້ນ, ນຳໃຊ້ ແລະ ບັນດາເປົ້າໝາຍພັດທະນະເສດຖະກິດ-ສັງຄົມຢູ່ເຂດອ່າງແມ່ນ້ຳ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version