Home ຂ່າວພາຍໃນ ເມືອງຄອບ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 113 ປີ

ເມືອງຄອບ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 113 ປີ

0

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 113 ປີ (ວັນທີ 8 ມີນາ 1910-8 ມີນາ 2023) ຂຶ້ນໃນວັນທີ 8 ມີນາ ນິີ້ ທີ່ສະໂມສອນຂອງເມືອງ, ໂດຍການປາຖະກະຖາຂອງທ່ານ ແພງຊ້ອຍ ແພງເມືອງ ເຈົ້າເມືອງໆຄອບ, ມີທ່ານ ນາງ ລັດສະໝີ ສຸກຜາລີ ປະທານສະຫະພັນແມ່ຍິງເມືອງ, ມີພາກສ່ວນກ່ຽວຂ້ອງ ແລະ ສະມາຊິກສະຫະພັນແມ່ຍິງອ້ອມຂ້າງເມືອງເຂົ້າຮ່ວມ 100 ກວ່າທ່ານ. ໃນພິທີ, ທ່ານເຈົ້າເມືອງໆຄອບ ໄດ້ເລົ່າເຖິງມູນເຊື້ອປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຄົບຮອບ 113 ປີ (ວັນທີ 8 ມີນາ 1910 – 8 ມີນາ 2023). ຈຸດປະສົງການປາຖະກະຖາຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ສະມາຊິກສະຫະພັນແມ່ຍິງພາຍໃນເມືອງຄອບ ໄດ້ຮັບຮູ້ເຂົ້າໃຈ ແລະ ກໍາໄດ້ປະຫວັດການກໍາເນີດ, ການເຄື່ອນໄຫວ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນແມ່ຍິງສາກົນ ແລະ ຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງແຂວງ ກໍຄືຜົນງານສະຫະພັນແມ່ຍິງເມືອງຄອບຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືເມືອງຄອບ.

(ຂ່າວ-ພາບ: ພົມມະນີ ອິນສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version