Home ຂ່າວພາຍໃນ ເຈົ້າແຂວງຈຳປາສັກ ຢ້ຽມຢາມບັນດາກົມກອງຂົງເຂດກໍາລັງປ້ອງກັນຊາດ

ເຈົ້າແຂວງຈຳປາສັກ ຢ້ຽມຢາມບັນດາກົມກອງຂົງເຂດກໍາລັງປ້ອງກັນຊາດ

0

ໃນວັນທີ 2 ມີນາ ຜ່ານມາ, ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ປະທານຄະນະກຳມະການປ້ອງກັນຊາດ ປ້ອງກັນຄວາມສະຫງົບຂັ້ນແຂວງ ພ້ອມຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມ ກອງພັນໃຫຍ່ປ້ອງກັນອາກາດ 645, ກອງບັນຊາການທະຫານແຂວງຈຳປາສັກ, ກອງພົນທະຫານຮາບທີ 5 ແລະ ໂຮງງານປະສານເຫຼົ່າ ພາກໃຕ້, ໂດຍມີຄະນະພັກ-ຄະນະນຳ ພ້ອມດ້ວຍ ນາຍ ແລະ ພົນທະຫານ ຂອງແຕ່ລະກົມກອງໃຫ້ການຕ້ອນຮັບ.

ໂອກາດດັ່ງກ່າວ, ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະນຳ, ພະນັກງານ-ນັກຮົບກຳລັງປະກອບອາວຸດທົ່ວກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ພ້ອມກັນສືບຕໍ່ຮັກສາທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດຂອງກອງທັບປະຊາຊົນລາວ ເພື່ອເຮັດສຳເລັດໜ້າທີ່ອັນມີກຽດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ການຢ້ຽມຢາມນີ້, ຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຂອງຄະນະພັກທຸກຂັ້ນ ຕະຫຼອດຮອດ ປະຊາຊົນຊາວແຂວງຈຳປາສັກ ທີ່ມີຕໍ່ອ້າຍນ້ອງກອງທັບປະຊາຊົນປະຕິວັດລາວ ໂດຍສະເພາະເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ, ອົງການປົກຄອງແຂວງ ໄດ້ຮ່ວມກັບ ກົມ-ກອງ, ທະນາຄານການຄ້າຕ່າງປະເທດ ມະຫາຊົນ, ທະນາຄານເອັດທີແບງ ກໍຄືທົ່ວສັງຄົມ ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ວັດຖຸ-ເຄື່ອງໃຊ້ ມອບໃຫ້ແຕ່ລະກົມກອງ ນຳອີກ.

(ຂ່າວ: ພູທິບສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version