Home ຂ່າວຕ່າງປະເທດ ມຽນມາ ສົ່ງອອກຢາງພາລາ ກວມເອົາ 75%

ມຽນມາ ສົ່ງອອກຢາງພາລາ ກວມເອົາ 75%

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສະຖານີ ວິທະຍຸ-ໂທລະພາບ ແຫ່ງຊາດ ມຽນມາ (MRTV) ລາຍງານ ວ່າ: ມຽນມາ ໄດ້ສົ່ງອອກ ຢາງພາລາ ຫລາຍກວ່າ 200.000 ໂຕນ ຕັ້ງແຕ່ ວັນທີ 1 ເມສາ ປີກາຍ ຈົນເຖິງ ຕົ້ນເດືອນກຸມພາ ປີນີ້, ໂດຍມີ ຈີນ ເປັນຜູ້ ຮັບຊື້ລາຍໃຫຍ່ສຸດ ກວມເອົາ 75% ຂອງ ການສົ່ງອອກ ຢາງພາລາ ຂອງ ມຽນມາ ທັງໝົດ. ນອກຈາກ ຈີນແລ້ວ, ມຽນມາ ຍັງສົ່ງອອກ ຢາງພາລາ ໄປຍັງ ສ.ເກົາຫລີ, ອິນເດຍ, ມາເລເຊຍ, ອິນໂດເນເຊຍ, ສິງກະໂປ ແລະ ຍີ່ປຸ່ນ. ໂດຍຕົວເລກ ທາງການ ທີ່ເຜີຍແຜ່ ເມື່ອບໍ່ດົນມານີ້ ລະບຸວ່າ ມຽນມາ ໄດ້ຕັ້ງ ເປົ້າໝາຍ ການສົ່ງອອກ ຢາງພາລາ 300.000 ໂຕນ ໃນປີນີ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version