Home ຂ່າວຕ່າງປະເທດ ເກີດເຫດລົດໄຟຕຳກັນໃນເກຣັກ ເສຍຊີວິດເກືອບ 30 ຄົນ

ເກີດເຫດລົດໄຟຕຳກັນໃນເກຣັກ ເສຍຊີວິດເກືອບ 30 ຄົນ

0

ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງອາແຕນ ປະເທດເກຣັກ ເມື່ອວັນທີ 1 ມີນາວ່າ: ທາງການພາກພື້ນ ເທສຊາລີ ທາງພາກຕາເວັນອອກ ຂອງເກຣັກ ໄດ້ເກີດອຸບັດເຫດລົດໄຟໂດຍສານ ຊຶ່ງເດີນທາງມາຈາກນະຄອນຫລວງ ອາແຕນ ໄດ້ມຸ້ງໜ້າໄປຍັງເມືອງເທສຊາໂລນິກິ ທີ່ຢູ່ທາງພາກເໜືອ ແລະ ລົດໄຟຂົນສົ່ງສິນຄ້າ ຊຶ່ງເດີນທາງມາຈາກເມືອງ ເທສຊາໂລນິກິ ເພື່ອໄປເມືອງລາຣິສຊາ ທີ່ຢູ່ທາງພາກກາງ ໄດ້ຕຳກັນໃນເຂດຊານເມືອງລາຣີສຊາ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 26 ຄົນ ແລະ ບາດເຈັບຢ່າງໜ້ອຍ 85 ຄົນ. ໃນຂະນະທີ່ເຈົ້າໜ້າທີ່ກູ້ໄພໄດ້ໃຫ້ຄວາມຊ່ວຍເຫລືອຜູ້ປະສົບໄພໄດ້ປະມານ 250 ຄົນ. ສ່ວນສາເຫດຕົ້ນຕໍຂອງອຸບັດເຫດໃນຄັ້ງນີ້ພວມຢູ່ໃນລະຫວ່າງການສືບສວນສອບສວນຂອງເຈົ້າໜ້າທີ່ ກ່ຽວຂ້ອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version