Home ຂ່າວຕ່າງປະເທດ ເກີດແຜ່ນດິນໄຫວຄັ້ງໃໝ່ໃນຕວັກກີ ເສຍຊີວິດ-ບາດເຈັບ 70 ຄົນ

ເກີດແຜ່ນດິນໄຫວຄັ້ງໃໝ່ໃນຕວັກກີ ເສຍຊີວິດ-ບາດເຈັບ 70 ຄົນ

0

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 27 ກຸມພາ, ສຳນັກງານ ບໍລິຫານ ຄຸ້ມຄອງ ໄພພິບັດ ແລະ ເຫດສຸກເສີນ ລາຍງານວ່າ: ເກີດແຜ່ນດິນໄຫວ ຄັ້ງໃໝ່ ຂະໜາດ 5,6 ລິກເຕີ, ໃນພື້ນທີ່ ທາງພາກ ຕາເວັນອອກ ຂອງປະເທດ ສົ່ງຜົນໃຫ້ມີ ຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບ 69 ຄົນ, ໂດຍນັບເປັນເວລາ 3 ອາທິດ ຫລັງຈາກ ເກີດແຜ່ນດິນໄຫວ ຄັ້ງໃຫຍ່ ເຮັດໃຫ້ມີ ຜູ້ເສຍຊີວິດຫລາຍກວ່າ 44.000 ຄົນ. ສູນກາງ ແຜ່ນດິນໄຫວ ແມ່ນຢູ່ໃນ ເຂດເຢຊິລເຢິຣ ຂອງ ແຂວງມາລັດຢາ ຊຶ່ງເຄີຍໄດ້ຮັບຜົນກະທົບ ຈາກແຜ່ນດິນໄຫວ ເມື່ອວັນທີ 6 ກຸມພາ. ໂດຍອາຄານ 25 ຫລັງ ທີ່ເຄີຍ ເສຍຫາຍ ຈາກແຮງສັ່ນສະເທືອນ ເມື່ອຕົ້ນເດືອນ ໄດ້ພັງຖະຫລົ່ມ ລົງມາ. ປັດຈຸບັນ, ເຈົ້າໜ້າທີ່ ກ່ຽວຂ້ອງ ພວມເລັ່ງ ສຳຫລວດ ຄວາມເສຍຫາຍ ເພີ່ມຕື່ມໃນຄັ້ງນີ້./.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version