Home ຂ່າວຕ່າງປະເທດ ການນຳໃຊ້ຖົງຢາງໃນກຸ່ມຈີ 20 ຈະເພີ່ມຂຶ້ນ2ເທົ່າ ພາຍໃນປີ2050

ການນຳໃຊ້ຖົງຢາງໃນກຸ່ມຈີ 20 ຈະເພີ່ມຂຶ້ນ2ເທົ່າ ພາຍໃນປີ2050

0

ຕາມ​ຂ່າວ​ຈາກຣອຍ​ເຕີ ວັນ​ທີ 28 ​ກຸມພາ​ນີ້ ການ​ນຳ​ໃຊ້​ຖົງ​ຢາງ​ໃນ​ກຸ່ມ​ປະ​ເທດ​ເສດຖະກິດ​ຂະໜາດ​ໃຫຍ່ຈີ 20 ມີ​ທ່າ​ອ່ຽງ ​ເພີ່ມ​ຂຶ້ນ​ເກືອບ 2​ ເທົ່າ ​ເວັ້ນ​ແຕ່​ຈະ​ມີ​ການ​ຮ່າງສົນ​ທິສັນຍາລະດັບ​ໂລກທີ່​ຄຸ້ມ​ຄອງ ​ແລະ ມີ​ຜົນ​ຜູກ​ມັດທາງ​ກົດໝາຍ ​ເພື່ອ​ຄວບ​ຄຸມ​ການ​ບໍລິ​ໂພ​ກ. ຂະນະ​ທີ່​ໂຄງການ​ສົ່ງ​ເສີມ​ການຣີ​ໂຊ​ເຄີ​ນ (recycle) ຫລື ຫລຸດຜ່ອນ​ການ​ນຳ​ໃຊ້ຖົງ​ຢາງ​ແບບ​ໃຊ້​ຄັ້ງດຽວ​ຖິ້ມ.

ກ່ອນ​ໜ້າ​ນີ້ສະຫະປະຊາ​ຊາດ ​ໄດ້​ເລີ່​ມເຈລະຈາຂໍ້​ຕົກລົງເພື່ອ​ຈັດການກັບ​ມົນ​ລະ​ພິດ​ຖົງ​ຢາງ​ ຢູ່​ປະ​ເທດອູຣຸກວາ​ຍ ​ໃນ​ເດືອນ​ພະຈິກ​ ປີ​ກາຍ​ນີ້, ​ແຕ່​ຖ້າ​ການ​ເຈລະຈາ​ບໍ່​ປະສົບ​ຜົນສຳ​ເລັດ ການຜະລິດຖົງ​ຢາງໃນແຕ່ລະປີຂອງບັນດາປະເທດ G20 ອາດຈະ ເພີ່ມຂຶ້ນເຖິງ 451 ລ້ານໂຕນ ພາຍໃນປີ 2050 ຕາມອັດຕາການເຕີບໂຕໃນປະຈຸບັນ ຫລື​ ເພີ່ມຂຶ້ນເກືອບ 3 ​ໃນ 4 ຈາກລະດັບ ໃນປີ 2019.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version