Home ສຶກສາ ດີວີວີ ມອບປຶ້ມບັນທຶກປະຕິທິນ ແລະ ຈົດໝາຍຂ່າວ ຊ່ວຍສ້າງແບບຍືນຍົງການສຶກສາຜູ້ໃຫຍ່-ຮຽນຮູ້ຕະຫຼອດຊີວິດ

ດີວີວີ ມອບປຶ້ມບັນທຶກປະຕິທິນ ແລະ ຈົດໝາຍຂ່າວ ຊ່ວຍສ້າງແບບຍືນຍົງການສຶກສາຜູ້ໃຫຍ່-ຮຽນຮູ້ຕະຫຼອດຊີວິດ

0

ຫ້ອງການ ອົງການ ດີວີວີ ອິນເຕີເນເຊິນແນວ (DVV International) ໄດ້ມອບປຶ້ມບັນທຶກ 1.300 ຊຸດ, ປະຕິທິນ 1.000 ຊຸດ ແລະ ຈົດໝາຍຂ່າວ 300 ສະບັບ ໃຫ້ກົມການສຶກສານອກໂຮງຮຽນ ກະຊວງສຶກສາທີການ ແລະ ກິລາ (ສສກ) ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດໂຄງການສ້າງແບບຍືນຍົງສຳລັບວຽກງານການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ, ການສ້າງຄວາມເຂັ້ມແຂງໃຫ້ໂຄງສ້າງຂອງລະບົບການສຶກສານອກໂຮງຮຽນ ແລະ ການທົດລອງແນວທາງການສຶກສາຜູ້ໃຫຍ່, ຊຶ່ງເປັນປະໂຫຍດ ໂດຍສະເພາະແມ່ຍິງໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ໃນ ສປປ ລາວ.

ພິທີມອບປຶ້ມບັນທຶກ, ປະຕິທິນ ແລະ ຈົດໝາຍຂ່າວຂອງອົງການ ດີວີວີ ແລະ ພິທີເຊັນບົດບັນທຶກກິດຈະກຳປະຈຳປີ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ໂດຍຕາງໜ້າແມ່ນກົມການສຶກສານອກໂຮງຮຽນ/ຄະນະສຶກສາສາດ ມຊ ແລະ ສະມາຄົມການສຶກສາຜູ້ໃຫຍ່ສາກົນ ເຢຍລະມັນ ປະຈຳພາກພື້ນ ໄດ້ມີຂຶ້ນເມື່ອວັນທີ 27 ກຸມພາ ຜ່ານມາ ທີ່ຫ້ອງການດັ່ງກ່າວ, ຊຶ່ງລົງນາມມອບໂດຍທ່ານ ດຣ Johann Heilmann ຜູ້ອໍານວຍການປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ລົງນາມຮັບໂດຍທ່ານ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ຮສ.ປອ ສີຖານ ສຸຂະວົງ ຄະນະບໍດີ ຄະນະສຶກສາສາດ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສສກ ແລະ ທ່ານ ນາງ Annette Knobloch ເອກອັກຄະລັດທະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງທັງສອງຝ່າຍ ແລະ ຫວັງຢ່າງຍິ່ງວ່າແນວຄວາມຄິດຮອບດ້ານຂອງວຽກງານການຮຽນຮູ້ຕະຫຼອດຊີວິດດັ່ງກ່າວ ຈະຝັງເລິກລົງໃນພື້ນຖານຂອງສັງຄົມໃນ ສປປ ລາວ ຢ່າງມີຜົນສຳເລັດທີ່ແທ້ຈິງ. ແນວໃດກໍດີ, ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນເຢຍລະມັນແກ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນການກໍ່ສ້າງຊັບພະຍາກອນມະນຸດທາງດ້ານອາຊີວະສຶກສາ, ການສຶກສານອກໂຮງຮຽນ ແລະ ອື່ນໆ. ສຳລັບການສຶກສານອກໂຮງຮຽນ ຫຼື ການສຶກສາຜູ້ໃຫຍ່ ແມ່ນເຫັນວ່າ ອົງການ DVV ແມ່ນເປັນຄູ່ຮ່ວມພັດທະນາຫຼັກ ໃນຊຸມປີຜ່ານມາ ບໍ່ວ່າຈະເປັນການຊ່ວຍເຫຼືອໃນການສ້າງນິຕິກຳ, ສ້າງຫຼັກສູດການຮຽນຮູ້ຕະຫຼອດຊີວິດຢູ່ຄະນະສຶກສາສາດ ມຊ, ສ້າງຄວາມເຂັ້ມແຂງບຸກຄະລາກອນຂອງສູນການສຶກສານອກໂຮງຮຽນໃນແຕ່ລະຂັ້ນ, ຝຶກອົບຮົມວິຊາຊີບແບບເຄື່ອນທີ່ໃຫ້ກຸ່ມເປົ້າໝາຍຮ່ວມກັບອາຊີວະສຶກສາ, ຈັດຕັ້ງປະຕິບັດກິດຈະກຳນອກໂຮງຮຽນຊ່ວຍຊາວໜຸ່ມ, ແມ່ຍິງ ແລະ ເດັກນ້ອຍທີ່ພາດໂອກາດ ຢູ່ 2 ເມືອງຂອງແຂວງສະຫວັນນະເຂດ ເປັນຕົ້ນ.

ທ່ານລັດຖະມົນຕີ ກະຊວງ ສສກ ກ່າວອີກວ່າ: ເຖິງແມ່ນວ່າພວກເຮົາມີຜົນສຳເລັດຫຼາຍຢ່າງໃນໄລຍະຜ່ານມາກໍຕາມ ແຕ່ເຫັນວ່າພວກເຮົາຍັງມີຫຼາຍສິ່ງທ້າທາຍ ສຳລັບວຽກງານການສຶກສາຜູ້ໃຫຍ່ຢູ່ ສປປ ລາວ ເປັນຕົ້ນແມ່ນ ການປະລະນັກຮຽນສາມັນສຶກສາ ມີອັດຕາສູງຂຶ້ນ ນັ້ນໝາຍຄວາມວ່າວຽກງານການສຶກສານອກໂຮງຮຽນຈະມີເພີ່ມຂຶ້ນ; ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດໄດ້ຮັບການອະນຸມັດ ແຕ່ຍຸດທະສາດໃນການຜັນຂະຫຍາຍ ເພື່ອຈັດຕັ້ງປະຕິບັດຍັງບໍ່ທັນໄດ້ດຳເນີນ; ທ່າອ່ຽງຄວາມຕ້ອງການຝຶກວິຊາຊີບໄລຍະສັ້ນ ແລະ ອາຊີບໃໝ່ໆ ມີຫຼາຍຂຶ້ນ; ຄວາມເຂົ້າໃຈຂອງສັງຄົມຕໍ່ການຮຽນຮູ້ຕະຫຼອດຊີວິດ, ສັງຄົມແຫ່ງການຮຽນຮູ້ ແລະ ອື່ນໆ ຍັງບໍ່ທັນກວ້າງຂວາງ. ດັ່ງນັ້ນ, ວຽກງານການສຶກສານອກໂຮງຮຽນ/ການສຶກສາຜູ້ໃຫຍ່ ຕ້ອງມີການປັບໂຕເອງໃຫ້ທ່ວງທັນກັບການປ່ຽນແປງຂອງສັງຄົມຢູ່ຕະຫຼອດເວລາ, ຂໍຂອບໃຈ ທ່ານ ສຈ ມາຕິນ ທີ່ໄດ້ມາຊ່ວຍໃນການສ້າງຍຸດທະສາດການຮຽນຮູ້ຕະຫຼອດຊີວິດ ແລະ ຂໍຮຽກຮ້ອງໃຫ້ຄະນະທີ່ເຮັດວຽກກັບເພີ່ນ ຖືສຳຄັນ ແລະ ຮັບຜິດຊອບສູງ, ສ້າງຍຸດທະສາດຕ້ອງຕິດພັນກັບສະພາບຄວາມເປັນຈິງຂອງບ້ານເຮົາ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ສ້າງໃຫ້ມີການປ່ຽນແປງຢູ່ໃນສັງຄົມ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ-ຊີ້ນຳຂອງກົມການສຶກສານອກໂຮງຮຽນ ແລະ ຄະນະສຶກສາສາດ ມຊ ສົມທົບກັບກົມກ່ຽວຂ້ອງ ແລະ ອົງການ DVV ຈະເຮັດໃຫ້ກິດຈະກໍາທີ່ເຊັນຮ່ວມກັນໃນປີນີ້ບັນລຸໄດ້ຕາມຈຸດປະສົງ ແລະ ຄາດໝາຍທຸກປະການ.

ໂອກາດດຽວກັນ, ທ່ານ ນາງ Annette Knobloch ໄດ້ກ່າວເນັ້ນໜັກເຖິງຄວາມສໍາຄັນຂອງວຽກງານການສຶກສາຜູ້ໃຫຍ່ ແລະ ການສຶກສານອກໂຮງຮຽນ ຕະຫຼອດເຖິງການມີສ່ວນຮ່ວມຂອງດີວີວີ ອິນເຕີເນເຊິນແນວ ຕໍ່ການຮ່ວມມືຂອງເຢຍລະມັນ ເພື່ອການພັດທະນາການຮ່ວມມື ລາວ-ເຢຍລະມັນ ຄົບຮອບ 65 ປີ ຊຶ່ງຈະສະເຫຼີມສະຫຼອງໃນຕົ້ນປີນີ້ ຕື່ມອີກ.

ຂ່າວໂດຍ ສົງການ ພັນແພງດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version