Home ທຸລະກິດ ສະຫຼອງຄົບຮອບ5 ປີພ້ອມເປີດໂຕການໃຊ້ງານຈໍແອວອີດີ ຢ່າງເປັນທາງການ ຂອງ ບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈຳກັດ

ສະຫຼອງຄົບຮອບ5 ປີພ້ອມເປີດໂຕການໃຊ້ງານຈໍແອວອີດີ ຢ່າງເປັນທາງການ ຂອງ ບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈຳກັດ

0

ໃນຕອນແລງ ວັນທີ 24 ກຸມພາ 2023, ທີ່ຮ້ານອາຫານແສງລາວ, ບ້ານນາໄຊ, ເມືອງໄຊເຊດຖາ, ນະຄອນຫຼວງວຽງຈັນບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈຳກັດ (PPB) ເຊິ່ງເປັນຜູ້ນຳດ້ານສື່ໂຄສະນາໃຫຍ່ທີ່ສຸດໃນລາວ ໄດ້ຈັດງານລ້ຽງຂອບໃຈບັນດາລູກຄ້າ ທີ່ໃຫ້ການສະໜັບສະໜູນບໍລິສັດຕະຫຼອດມາ. ໃນພິທີອັນມີຄວາມໝາຍສໍາຄັນນີ້, ໃຫ້ກຽດເຂົ້າຮ່ວມຂອງທ່ານ ດາວວອນ ພະຈັນທະວົງ, ຮອງປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ; ທ່ານ ສຸລິວັນ ພົມມະຫາໄຊ, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ; ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ; ທ່ານ ສອນໄຊ ສີສົມພັນ, ຮອງຫົວໜ້າຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາລູກຄ້າເຂົ້າຮ່ວມ.

ໂອກາດນີ້, ທ່ານ ໄຊຍະສອນ ປັນຍາທິບ, ໃນນາມຜູ້ສ້າງຕັ້ງ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ປັນຍາທິບ ແພລນບີ ມີເດຍ ລາວ ຈຳກັດ ກ່າວບາງຕອນສໍາຄັນ ວ່າ: ຂ້າພະເຈົ້າຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຕ້ອນຮັບທ່ານ ເຂົ້າສູ່ງານລ້ຽງຂອບໃຈລູກຄ້າ ແລະ ຂອບໃຈເປັນຢ່າງສູງ ທີ່ທ່ານສະຫຼະເວລາອັນມີຄ່າເຂົ້າຮ່ວມງານຂອງພວກເຮົາ.

ບໍລິສັດ ດໍາເນີນທຸລະກິດມາໄດ້ 5 ປີ ຮອດປັດຈຸບັນ, ພວກເຮົາກາຍເປັນຜູ້ນໍາດ້ານສື່ໂຄສະນາທີ່ໃຫຍ່ທີ່ສຸດ ຢູ່ໃນນະຄອນຫຼວງວຽງຈັນ ທີ່ໃຫ້ບໍລິການຢ່າງຄົບວົງຈອນ ລວມມີ: ປ້າຍບິວບອດຂະໜາດໃຫຍ່, ຂະໜາດນ້ອຍ, ປ້າຍໃນອາຄານສະໜາມບິນ, ທາງດ່ວນ, ທາງເຂົ້າ-ອອກສະຖານີລົດໄຟລາວ-ຈີນ ແລະ ຈຸດສໍາຄັນຕ່າງໆໃນຕົວເມືອງ.

ຍ້ອນໄດ້ຮັບຄວາມເຊື່ອໝັ້ນ ແລະ ອໍານວຍຄວາມສະດວກຈາກພາກລັດ, ຄູ່ຮ່ວມທຸລະກິດ ແລະ ບັນດາທ່ານທີ່ໃຫ້ການສະໜັບສະໜູນບໍລິສັດຕະຫຼອດມາ, ຈຶ່ງເຮັດໃຫ້ພວກເຮົາປະສົບຜົນສໍາເລັດໃນມື້ນີ້ ແລະ ພວກເຮົາໄດ້ກ້າວເຂົ້າສູ່ການປ່ຽນແປງອີກບາດກ້າວໜຶ່ງທີ່ທັນສະໄໝຍິ່ງຂຶ້ນ ຄືການສ້າງເຄືອຂ່າຍຈໍແອວອີດີ ທີ່ຫາກໍ່ສ້າງສໍາເລັດ 8 ຈໍ ພາຍໃນຕົວເມືອງນະຄອນຫຼວງວຽງຈັນ; ຊຶ່ງຈໍທັງໝົດແມ່ນມີຄວາມລະອຽດສູງ, ຄົມຊັດ, ມີລະບົບປັບແສງແບບອັດຕະໂນມັດ ແລະ ໄດ້ມາດຕະຖານສາກົນ ເພື່ອໃຫ້ພາບໂຄສະນາຂອງທ່ານມີຄ່າທີ່ສຸດ ແລະ ສັນຍາວ່າ: ຈະສືບຕໍ່ພັດທະນາສ້າງສັນຮູບແບບສື່ໂຄສະນາໃຫ້ມີຄວາມທັນສະໄໝຂຶ້ນໄປເລື້ອຍໆ.

ໃນຕອນທ້າຍ, ທ່ານ ໄຊຍະສອນ ປັນຍາທິບ ຍັງໄດ້ກ່າວສະແດງຄວາມຂອບໃຈລູກຄ້າຢ່າງສຸດໃຈ ແລະ ຂໍອວຍໄຊໃຫ້ພອນແກ່ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ໂຊກໝານລໍ້າລວຍ ແລະ ກິດຈະການຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version