Home ທຸລະກິດ ປີຜ່ານມາການພັດທະນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ໄດ້ຮັບຜົນສຳເລັດພົ້ນເດັ່ນ

ປີຜ່ານມາການພັດທະນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ໄດ້ຮັບຜົນສຳເລັດພົ້ນເດັ່ນ

0

ລັດຖະບານລາວ ໄດ້ມີຄວາມເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນ ໂດຍໄດ້ສຸມໃສ່ການລົງທຶນຢ່າງມະຫາສານ ເພື່ອພັດທະນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ຊຶ່ງໃນປີ 2022 ຜ່ານມາ ການພັດທະນາດັ່ງກ່າວ ໄດ້ມີຄວາມຄືບໜ້າດີສົມຄວນ ຊຶ່ງເປັນຜົນສຳເລັດພົ້ນເດັ່ນ ເມື່ອທຽບໃສ່ກັບຍຸດທະສາດການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ໄລຍະ ປີ 2021-2030.

ໃນບົດປະກອບຄໍາເຫັນຂອງ ທ່ານ ຈັນສະຫວ່າງ ບຸນຍົງ ຫົວໜ້າກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຕໍ່ກອງປະຊຸມສະຫຼຸບແຜນພັດທະນາ ພບ ປະຈໍາປີ 2022, ກາງສະໄໝ ແລະ ຄາດຄະເນທ້າຍສະໄໝຂອງແຜນພັດທະນາຂະແໜງ ພບ 5 ປີ ຄັ້ງທີ IX (2021-2025) ແລະ ປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃນຂະແໜງ ພບ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 2-3 ກຸມພາ ຜ່ານມາ ໄດ້ໃຫ້ຮູ້ວ່າ: ການພັດທະນາລະບົບສາຍສົ່ງ ແລະ ສະຖານີໄຟຟ້າ ໃນປີ 2022 ຜ່ານມາ ໄດ້ມີຜົນສຳເລັດອັນພົ້ນເດັ່ນ ຊຶ່ງເມື່ອທົບທວນ ແລະ ປະເມີນຍຸດທະສາດການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ໄລຍະປີ 2021-2030 ເຫັນໄດ້ວ່າ:

ການພັດທະນາລະບົບສາຍສົ່ງໄຟຟ້າແຫ່ງຊາດ ແຕ່ປີ 2021-2030 ໃນລະດັບແຮງດັນ 500 ກິໂລໂວນ (KV) ໃຫ້ເຊື່ອມຈອດໃຫ້ໄດ້ 957 Km ຫຼື 1.914 Km-cct (ກິໂລແມັດວົງຈອນ) ຊຶ່ງພາຍໃນປີ 2022 ສາມາດຈັດຕັ້ງປະຕິບັດໄດ້ເປັນ 333,00 Km ຫຼື 666,00 Km-cct ທຽບກັບຍຸດທະສາດຮອດປີ 2030 ແມ່ນສາມາດຈັດຕັ້ງປະຕິບັດໄດ້ 34,8%, ຂະນະທີ່ ການພັດທະນາລະບົບສາຍສົ່ງແຫ່ງຊາດ ລະດັບແຮງດັນ 230 KV ໃຫ້ເຊື່ອມຈອດກັນໃຫ້ໄດ້ເປັນ 921 Km ຫຼື 1.864 Km-cct ໃນປີຜ່ານມາຈັດຕັ້ງປະຕິບັດໄດ້ 198 Km ຫຼື 396 Km-cct ທຽບກັບຍຸດທະສາດຮອດປີ 2030 ແມ່ນສາມາດປະຕິບັດໄດ້ 21,5%, ສ່ວນການຂະຫຍາຍລະບົບສາຍສົ່ງໄຟຟ້າແຫ່ງຊາດລະດັບແຮງດັນ 115 KV ໃຫ້ເຊື່ອມຈອດກັນໃຫ້ໄດ້ 1.325 Km ຫຼື 1.860 Km-cct ຊຶ່ງປີຜ່ານມາປະຕິບັດໄດ້ເປັນ 389,00 Km ຫຼື 566,00 Km-cct ທຽບກັບຍຸດທະສາດຮອດປີ 2030 ແມ່ນສາມາດປະຕິບັດໄດ້ 28,7%.

ສໍາລັບສະຖານີໄຟຟ້າ ທີ່ມີການພັດທະນາໄລຍະ 2021-2030 ຊຶ່ງມີສະຖານີ 500/230/115 KV ມີຈໍານວນ 4 ສະຖານີ, ກໍາລັງຕິດຕັ້ງທັງໝົດເທົ່າກັບ 4.000 ແມັກກາໂວນອໍາເປ (MVA) ຊຶ່ງໃນປີຜ່ານມາ ສາມາດປະຕິບັດສໍາເລັດເປັນ 3 ສະຖານີ (ສະຖານີເພຍລາດ, ສະຖານີພູວົງ ແລະ ສະຖານີບ້ານຫາດ), ຂະນະທີ່ ສະຖານີ 230/115/22 KV ມີ 9 ສະຖານີ, ກໍາລັງຕິດຕັ້ງທັງໝົດເທົ່າກັບ 1.800 MVA ປີຜ່ານມາສໍາເລັດເປັນ 2 ສະຖານີ (ສະຖານີດົງໂພສີ 2×400 MVA ແລະ ສະຖານີນາບົງ 200 MVA), ສ່ວນສະຖານີ 115/22 KV ມີ 17 ສະຖານີ, ກໍາລັງຕິດຕັ້ງທັງໝົດເທົ່າກັບ 540 MVA ຊຶ່ງປີ 2022 ຜ່ານມາໄດ້ມີການພັດທະນາສໍາເລັດເປັນ 5 ສະຖານີ (ສະຖານີຫ້ວຍຊາຍ, ສະຖານີຕົ້ນເຜິ້ງ, ສະຖານີເມືອງຂວາ, ສະຖານີສອງຫ້ອງ ແລະ ສະຖານີຊຽງຮ່ອນ).

(ຂ່າວ-ພາບ: ສຸກສະຫວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version