Home ຂ່າວພາຍໃນ ກອງ​ພົນ​ທີ 5 ເປີດ​ອົບຮົມ-​ຫັດ​ແອບປະຈຳ​ປີ 2023

ກອງ​ພົນ​ທີ 5 ເປີດ​ອົບຮົມ-​ຫັດ​ແອບປະຈຳ​ປີ 2023

0

ກອງພົນທີ 5 ໄດ້​ເປີດຊຸດອົບຮົມ-ຫັດແອບ, ປັບປຸງ​ລະບຽບ​ແບບແຜນ, ຝຶກຝົນ​ກຳລັງ​ແຮງ​ກາຍປະຈຳ​ປີ 2023 ຂຶ້ນ ຫວ່າງບໍ່ດົນມານີ້, ໂດຍ​ການ​ເປັນ​ປະທານຂອງສະຫາຍ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການ​ທະຫານ​ ກອງ​ພົນ​ທີ 5, ມີຄະນະ​ພັກ-ຄະນະ​ບັນຊາ, ພະນັກງານ-ນັກຮົບເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນເຊີຍ ສີປະເສີດ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ ກອງ​ພົນ​ທີ 5 ໄດ້​ຂຶ້ນ​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ​ປະຈຳ​ປີ ໂດຍ​ປະຕິບັດ​ຕາມຄຳ​ສັ່ງ​ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ​ການ​ທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກທົ່ວ​ກອງທັບ ປະຈຳ​ປີ 2023, ອີງ​ຕາມ​ຄຳ​ສັ່ງ​ແນະນຳ​ຂອງ​ກົມ​ອົບຮົມ ກົມ​ໃຫຍ່​ເສນາ​ທິ​ການກອງທັບວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ຝຶກຝົນ​ກຳລັງ​ແຮງ​ກາຍປີ 2023, ອີງ​ຕາມ​ການ​ກວດກາ​ສະຫຼຸບ​ຕີ​ລາຄາ​ຜົນ​ໄດ້​ຮັບ​ໃນ​ການຈັດຕັ້ງ​ອົບຮົມ-ຫັດ​ແອບ ປະຈຳ​ປີ 2022 ຂອງ​ກອງ​ພົນ​ທີ 5.

ໃນ​ໄລຍະ​ຜ່ານ​ມາ, ເພື່ອ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ອົບຮົມ-ຫັດ​ແອບ, ປັບປຸງ​ລະບຽບ​ແບບແຜນ, ຝຶກຝົນ​ກຳລັງ​ແຮງ​ກາຍປະຈຳ​ປີ 2023 ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບໃຫ້​ໄດ້​ຮັບ​ຜົນ​ດີ ແລະ ມີ​ປະ​ສິດທິ​ຜົນ​ສູງປະຕິບັດ​ເນື້ອ​ໃນ 4 ບຸກ​ທະລຸ​ຂອງ​ສູນ​ກາງ​ພັກ ແລະ 4 ໜ້າທີ່​ໃຫຍ່ 26 ແຜນ​ງານຂອງ​ຄະນະ​ພັກ​ກະຊວງ​ວາງ​ອອກ. ດັ່ງນັ້ນ, ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ​ທີ 5 ຈຶ່ງ​ໄດ້​ຈັດ​ຕັ້ງ​ການ​ອົບຮົມ-ຫັດ​ແອບ​ ເພື່ອ​ຍົກ​ສູງ​ຄວາມ​ຮູ້, ຄວາມສາມາດ​ທາງ​ດ້ານ​ສິລະປະ​ຍຸດ-ຍຸດທະວິທີ, ລະດັບ​ວິຊາ​ສະເພາະ​ໃຫ້​ນາຍ ​ແລະ​ ພົນ ທະຫານໃຫ້ມີ​ຄວາມ​ສາມາດ​ທີ່​ແນ່ນອນ, ມີ​ພິກໄຫວ​ທີ່​ຄ່ອງ​ແຄ້ວ​ຢູ່​ສະເໝີ, ຮັບປະກັນ​ກຽມພ້ອມ​ສູ້​ຮົບ ແລະ ເຄື່ອນ​ໄຫວ​ສູ້​ຮົບ​ໃນ​ທຸກ​ເງື່ອນໄຂ, ສາມາດ​ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ ຂອງ​ກົມ​ກອງເພື່ອ​ຊຸກຍູ້​ໃຫ້​ບັນດາ​ກົມ​ກອງ​ຕັ້ງໜ້າ​ປະຕິບັດ​ຂໍ້​ກຳນົດ, ​ກົດ​ລະບຽບ​ຢ່າງ​ຕໍ່​ເນື່ອງ ແລະ ເປັນ​ປົກກະຕິ, ປັບປຸງ​ຫັນ​ເອົາ​ກົມ​ກອງ​ກ້າວ​ເຂົ້າ​ສູ່​ລະບຽບ​ແບບແຜນ, ມີ​ລະບຽບ​ວິໄນ​ເຂັ້ມ​ງວດ ແລະ ມີ​ແບບແຜນ​ທັນ​ສະໄໝ; ເພື່ອ​ຝຶກຝົນ​ໃຫ້​ນາຍ ແລະ ພົນທະຫານມີ​ສຸຂະພາບ​ເຂັ້ມແຂງ, ອົດທົນ​ແຂງ​ແກ່ນ, ກຽມພ້ອມ​ຜ່ານ​ຜ່າ​ອຸປະສັກ​ຄວາມ​ຫຍຸ້ງຍາກ​ນານາປະການ​ທີ່​ຈະ​ເກີດ​ຂຶ້ນ ແລະ ເຮັດ​ສຳເລັດ​ໜ້າທີ່​ໃນ​ທຸກ​ເງື່ອນໄຂ. ການ​ອົບຮົມ-ຫັດ​ແອບ​ຈະ​ໃຊ້​ເວລາ​ທັງ​ໝົດ 185 ວັນ​ຈຶ່ງ​ຈະ​ສຳເລັດ​ໂດຍ​ມີພາກ​ການເມືອງ 15 ວັນ, ການ​ທະຫານ 140 ວັນ, ພະລາທິການ 15 ວັນ ແລະ ພາກເຕັກນິກ 15 ວັນ.

ຂ່າວ: ທອງປານ ສີດາໄລ, ພາບ: ນາງ ຄໍາ ວົງມະນີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version