Home ສຶກສາ ສສກ ຍ້ອງຍໍຫົວໜ້າຊີ້ນໍາດ້ານການສຶກສາຢູ່ 3 ປະເທດ ທີ່ມີຜົນງານດີເດັ່ນພັດທະນາການສຶກສາ-ກິລາ ໃນ ສປປ ລາວ

ສສກ ຍ້ອງຍໍຫົວໜ້າຊີ້ນໍາດ້ານການສຶກສາຢູ່ 3 ປະເທດ ທີ່ມີຜົນງານດີເດັ່ນພັດທະນາການສຶກສາ-ກິລາ ໃນ ສປປ ລາວ

0

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຍ້ອງຍໍໃຫ້ແກ່ທ່ານ ນາງ ທາຣາ ບີເທວ ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ, ສາທາລະນະສຸກຢູ່ປະເທດມຽນມາ, ສປປ ລາວ ແລະ ກໍາປູເຈຍ ທີ່ມີຜົນງານດີເດັ່ນ ປະກອບສ່ວນພັດທະນາວຽກງານການສຶກສາ ແລະ ກິລາ ໃນ ສປປ ລາວ ໃຫ້ນັບມື້ດີຂຶ້ນເທື່ອລະກ່າວ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສໍານັກງານ ກະຊວງສຶກສາທິການ ແລະ ກິລາ, ໂດຍໃຫ້ກຽດຕາງໜ້າມອບຂອງທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຮັບໂດຍທ່ານ ນາງ ທາຣາ ບີເທວ ຫົວໜ້າຜູ້ຊີ້ນໍາວຽກງານດ້ານການສຶກສາ, ສາທາລະນະສຸກຢູ່ປະເທດມຽນມາ, ສປປ ລາວ ແລະ ກໍາປູເຈຍ, ມີທ່ານ ດາເນວ ດູລິສະກີ ຫົວໜ້າຮັບຜິດຊອບວຽກງານພັດທະນາຊັບພະຍາກອນມະນຸດໃນພາກພື້ນອາຊີ-ປາຊີຟິກ, ພ້ອມດ້ວຍຫົວໜ້າກົມ, ຜູ້ອໍານວຍການສະຖາບັນ ແລະ ບັນດາຄູ່ຮ່ວມພັດທະນາຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ສຳລັບທ່ານ ນາງ ທາຣາ ບີເທວ ໄດ້ມີຜົນງານດີເດັ່ນໃນການຊີ້ນໍານໍາພາການຈັດຕັ້ງປະຕິບັດໂຄງການການສຶກສາກ່ອນໄວຮຽນ (ECEP) ໃນມູນຄ່າ 28 ລ້ານໂດລາສະຫະລັດ ແລະ ໂຄງການກອງທຶນຮ່ວມມືສາກົນເພື່ອການສຶກສາ ໄລຍະ II (GPEII) ໃນມູນຄ່າ 16,8 ລ້ານໂດລາສະຫະລັດ ທີ່ໄດ້ຮັບຜົນສໍາເລັດໃນໄລຍະຜ່ານມາ ແລະ ໄດ້ສືບຕໍ່ໃຫ້ການຮ່ວມມື ປະກອບສ່ວນເຂົ້າໃນການພັດທະນາການສຶກສາຢູ່ໃນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ດ້ວຍດີຕະຫຼອດມາ.

ໂດຍ ບົວລະພາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version