Home ຂ່າວພາຍໃນ ໜັງສືພິມປະຊາຊົນ ແລະ ໜັງສືພິມເຍິນເຢິນ ຫວຽດນາມ ປະຈຳລາວ ປຶກສາຫາລືວຽກງານຮ່ວມກັນ

ໜັງສືພິມປະຊາຊົນ ແລະ ໜັງສືພິມເຍິນເຢິນ ຫວຽດນາມ ປະຈຳລາວ ປຶກສາຫາລືວຽກງານຮ່ວມກັນ

0

ໃນວັນທີ 23 ກຸມພານີ້ ທີ່ສຳນັກງານໜັງສືພິມ ປະຊາຊົນ, ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນໄດ້ຕ້ອນຮັບ ທ່ານ ຈິງກວັກຢຸງ ຫົວໜ້າ ສຳນັກງານ ໜັງສືພິມເຍິນເຢິນ ຫວຽດນາມ ປະຈຳລາວ ພ້ອມຄະນະ ເພື່ອປຶກສາຫາລືວຽກງານຕ່າງໆໂດຍສະເພາະວຽກງານການຮ່ວມມືຊ່ວຍເຫຼືອອຸປະກອນໄອທີເຂົ້າໃນວຽກງານຂ່າວ ຂອງໜັງສືພິມປະຊາຊົນ ສຽງຂອງສູນກາງພັກໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ການພົບປະຄັ້ງນີ້ ຍັງເປັນການຮັດແໜ້ນເສີມຂະຫຍາຍຄວາມສາມັກຄີ ລະຫວ່າງໜັງສືພິມປະຊາຊົນສຽງຂອງສູນກາງພັກ ແລະໜັງສືພິມເຍິນເຢິນຫວຽດນາມປະຈຳລາວ ເພື່ອສ້າງແຜນດຳເນີນວຽກງານຮ່ວມກັນແນໃສ່ປັບປຸງ, ຍົກລະດັບການຮ່ວມມືຊ່ວຍເຫຼືອທາງດ້ານວິຊາສະເພາະ, ທາງດ້ານເຕັກນິກຂອງໜັງສືພິມປະຊາຊົນ, ພ້ອມນີ້ຍັງໄດ້ປຶກສາຫາລືກ່ຽວກັບການສ້າງບົດບັນທຶກເພື່ອກະກຽມໃສ່ສັນຍາ ວຽກງານການຮ່ວມມືຊ່ວຍເຫຼືອຕ່າງໆໃນມໍ່ໆນີ້ ແລະ ປຶກສາຫາລືການສ້າງແຜນຕ້ອນຮັບຄະນະຜູ້ແທນຂັ້ນສູງຂອງໜັງສືພິມເຍິນເຢິນທີ່ຈະມາຢ້ຽມຢາມ ແລະ ໄດ້ປຶກສາວຽກງານພັດທະນາເວັບໄຊໃນການເຮັດຂ່າວຂອງໜັງສືພິມປະຊາຊົນໃຫ້ສາມາດຮັບໃຊ້ວຽກງານຢ່າງສະດວກສະບາຍ ແລະ ເປັນປົກກະຕິທັງແນໃສ່ໃຫ້ມີການພັດທະນາໄປສູ່ຄວາມທັນສະໄໝເທື່ອລະກ້າວ.

(ຂ່າວ-ພາບ: ວັນເພັງ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version