Home ຂ່າວຕ່າງປະເທດ ອາຊຽນ – ຍີ່ປຸ່ນ ມຸ່ງໄປສູ່ວິໄສທັດເພື່ອສັງຄົມປອດໄພ ແລະ ຈະເລີນຮຸ່ງເຮືອງ

ອາຊຽນ – ຍີ່ປຸ່ນ ມຸ່ງໄປສູ່ວິໄສທັດເພື່ອສັງຄົມປອດໄພ ແລະ ຈະເລີນຮຸ່ງເຮືອງ

0

ຂ່າວສານຫວຽດນາມລາຍງານວ່າ: ວິໄສທັດ ອາຊຽນ-ຍີ່ປຸ່ນ ໃນ 50 ປີຂ້າງໜ້າ ແມ່ນການພັດທະນາສັງຄົມໃຫ້ປອດໄພ, ຮຸ່ງເຮືອງ ແລະ ເສລີ ດ້ວຍການສ້າງຜົນປະໂຫຍດທາງດ້ານເສດຖະກິດທີ່ຕ່າງຝ່າຍຕ່າງມີຄວາມສະເໝີພາບບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈທີ່ມີການພົວພັນຮ່ວມມືເປັນໄລຍະເວລາ 50 ປີ ຜ່ານມາ.

ຂ່າວລະບຸວ່າ: ນີ້ແມ່ນຄຳຖະແຫຼງຂອງ ທ່ານ ຄິຢະ ມາຊະຮິໂກະ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ອາຊຽນ ໃນກອງປະຊຸມ “ອາຊຽນ-ຍີ່ປຸ່ນ ພ້ອມກັນຮ່ວມມືປະດິດຄິດສ້າງ, ພ້ອມກັນປ່ຽນແປງໃໝ່” ທີ່ຈັດຂຶ້ນຢູ່ ຈາກາຕາ ປະເທດອິນໂດເນເຊຍ ໃນວັນທີ 22 ກຸມພາ ຜ່ານມາ. ທ່ານ ຄິຢະ ມາຊະຮິໂກະ ໃຫ້ຮູ້ວ່າ: ວິໄສທັດນີ້ໄດ້ຮັບການປະຕິບັດໃນ 4 ເສົາຄ້ຳ, ນັ້ນແມ່ນການດຸ່ນດ່ຽງຄວາມຫຼາກຫຼາຍ ແລະ ເຂົ້າຮ່ວມການພັດທະນາແບບຍືນຍົງ; ສົ່ງເສີມນະວັດຕະກໍາຂ້າມຊາຍແດນ; ປັບປຸງເຄືອຂ່າຍທາງດ້ານວັດຖຸ ແລະ ສ້າງລະບົບນິເວດໃນຂະບວນການສ້າງແຫຼ່ງຊັບພະຍາກອນມະນຸດ. ເພື່ອປະຕິບັດວິໄສທັດນີ້ໃຫ້ປະກົດຜົນເປັນຈິງ ຄວນມີ 3 ທັດສະນະຄະຕິພື້ນຖານ ຄື: ການແບ່ງປັນຄວາມເປັນຈິງຂອງການພັດທະນາ ແລະ ການເອົາຊະນະສິ່ງທ້າທາຍ; ອີງໃສ່ຄວາມເປັນຈິງທີ່ຫຼາກຫຼາຍ ແລະ ເງື່ອນໄຂທາງດ້ານພູມສາດ ການເມືອງ; ຈັດສັນຊັບພະຍາກອນມະນຸດເພື່ອປະດິດຄິດສ້າງຮ່ວມກັນ.

ວິໄສທັດນີ້ແນໃສ່ເຮັດໃຫ້ ອາຊຽນ – ຍີ່ປຸ່ນ ເປັນແບບຢ່າງແຫ່ງການພົວພັນຮ່ວມມືທີ່ມີລັກສະນະສ້າງສັນ, ວາງພື້ນຖານຄວາມເປັນລະບຽບຮຽບຮ້ອຍທາງເສດຖະກິດຢູ່ພາກພື້ນ ຢ່າງເສລີ, ຍຸຕິທຳ ແລະ ເປີດກວ້າງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version