Home ຂ່າວຕ່າງປະເທດ ສສ.ຫວຽດນາມ-ອັງກິດ ຊຸກຍູ້ການຮ່ວມມືໃນການສຶກສາວິຊາຊີບ

ສສ.ຫວຽດນາມ-ອັງກິດ ຊຸກຍູ້ການຮ່ວມມືໃນການສຶກສາວິຊາຊີບ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ກອງປະຊຸມຊຸກຍູ້ການຮ່ວມມືໃນການສຶກສາວິຊາຊີບ ລະຫວ່າງ ສສ ຫວຽດນາມ ແລະ ອັງກິດ ຈັດຂຶ້ນ​ໃນວັນ ທີ 21 ກຸມພານີ້ ຢູ່ນະຄອນຫລວງຮ່າໂນ້ຍ ໂດຍກະຊວງແຮງງານ, ທະຫານ ເສຍອົງຄະ ແລະ ສັງຄົມຫວຽດນາມ ສົມທົບກັບສະຖານທູດອັງກິດ ປະຈຳ ສສ ຫວຽດນາມ. ກອງປະຊຸມດັ່ງກ່າວແມ່ນການເຄື່ອນໄຫວຄັ້ງທຳອິດໃນບົດບັນທຶກຊ່ວຍຈຳໃນຂົງເຂດການສຶກສາວິຊາຊີບ ຫລັງ​ຈາກ​ທັງ​ສອງ​ຝ່າຍໄດ້ລົງນາມຮ່ວມ​ກັນ ໃນປີ 2022. ຈາກ​ນັ້ນ ທ່ານ Ian Frew, ເອກອັກຄະລັດຖະທູດອັງກິດ ກ່າວຢືນຢັນວ່າ: ປີ 2023 ເປັນປີສ້າງ ຂີດໝາຍ 50 ປີແຫ່ງວັນ ອັງກິດ ແລະ ສສ ຫວຽດນາມ ສ້າງຕັ້ງ ສາຍພົວພັນ ທາງການທູດ, ແລະ ການສຶກສາຍາມໃດ ກໍ່ແມ່ນຂົງເຂດຫລັກແຫລ່ງ ລະຫວ່າງ 2 ປະເທດ ພ້ອມ​ທັງຍົກສູງຄຸນນະພາບການບຳລຸງສ້າງດ້ານທັກສະເພື່ອປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມແບບຍືນຍົງ, ຍົກສູງການແກ່ງແຍ້ງດ້ານ​ການຕະຫລາດ ​ແລະ ເພື່ອຍົກສູງຄຸນນະພາບ ທັກສະ ວິຊາຊີບ ແລະ ວິວັດ ການຮ່ວມມື ໄລຍະຍາວຢູ່ ສສ ຫວຽດນາມ. ​ໃນ​ໂອກາດ​ນີ້ຜູ້ຕາງໜ້າບັນດາອົງການສຶກສາວິຊາຊີບຢູ່ອັງກິດ ໄດ້ແບ່ງປັນບັນດາບົດຮຽນ, ປະສົບການໃນເລື່ອງຊຸກຍູ້ການເຂົ້າຮ່ວມຂອງວິສາຫະກິດເຂົ້າໃນການສຶກສາວິຊາຊີບ, ຊຸກຍູ້ເຕັກໂນໂລຊີດີຈິຕອນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version