Home ຂ່າວຕ່າງປະເທດ ໄທ-ມຽນມາ ເປີດດ່ານຊາຍແດນຄືນໃໝ່

ໄທ-ມຽນມາ ເປີດດ່ານຊາຍແດນຄືນໃໝ່

0

ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້, ໄທ ແລະ ມຽນມາ ໄດ້ເປີດປະຕູ ດ່ານຊາຍແດນ ແມ່ສາຍ–ທ່າຂີ້ເຫລັກ (Tachileik) ແລະ ຂົວມິດ ຕະພາບ ໄທ-ມຽນມາ ໂດຍເຊື່ອມຕໍ່ ແຂວງ ຊຽງໄໝ່ ແລະ ແຂວງ Tachileik ຂອງມຽນມາ, ພາຍຫລັງ ປິດດ່ານຊາຍແດນ ເປັນເວລາ ເກືອບ 3 ປີ ຍ້ອນພະຍາດ ລະບາດ ໂຄ ວິດ-19. ຈາກ​ນັ້ນ ທ່ານ ສົມຫວັງ ບຸນຣາຍອງ, ຮອງເຈົ້າແຂວງ ແຂວງ ຊຽງໄໝ່ ໃຫ້ຮູ້ວ່າ: ການເປີດປະຕູ ດ່ານຊາຍແດນນີ້ ຈະປະກອບສ່ວນ ຊຸກຍູ້ ການພົວພັນ ລະຫວ່າງ ໄທ- ມຽນມາ. ດ່ານຊາຍແດນ ໄດ້ເປີດປະຕູ ແຕ່ 6 ໂມງ 30 ນາທີ ຮອດ 18 ໂມງ 30 ນາທີ ຂອງທຸກໆວັນ, ແຕ່ວ່າ ໃນ 1 ເດືອນ ຈະມາເຖິງນີ້, ເວລາ ເປີດປະຕູ ຈະແກ່ຍາວ ຮອດ 21 ໂມງ. ຂະນະທີ່ ປະຊາຊົນໄທ ເດີນທາງໄປຍັງແຂວງ Tachileik ຂອງ ມຽນມາ ອາດຈະຍື່ນ ໜັງສືເດີນທາງ ຢູ່ຫ້ອງວ່າການເມືອງ ແມ່ສາຍ ຫລື ຍື່ນເອກະສານ ທີ່ກ່ຽວຂ້ອງ ຢູ່ປ້ອມຄຸ້ມຄອງ ການເຂົ້າ-ອອກເມືອງ ຢູ່ຊຽງໄໝ່ ພ້ອມກັບ ໃບສຳເນົາ ຜົນການກວດ ໂຄວິດ-19.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version