Home ຂ່າວຕ່າງປະເທດ ຍອດການລົງທຶນ ຈາກຕ່າງປະເທດ ໃນ ສປຈີນ ເພີ່ມຂຶ້ນ ເກືອບ 15%

ຍອດການລົງທຶນ ຈາກຕ່າງປະເທດ ໃນ ສປຈີນ ເພີ່ມຂຶ້ນ ເກືອບ 15%

0

ສຳນັກຂ່າວຊິນຮວາຂອງ ສປຈີນ, ວັນທີ 20 ກຸມພາ ກະຊວງການຄ້າຈີນ ເປີດເຜີຍວ່າ: ປະລິມານການລົງທຶນ ໂດຍກົງຈາກຕ່າງປະເທດ (FDI) ທີ່ມີການໃຊ້ງານຕົວຈິງໃນຈີນ ໄດ້ບັນລຸ 1,27 ແສນລ້ານຢວນ, ກວມເອົາ 14,5% ເມື່ອທຽບໃສ່ປີຕໍ່ປີໃນເດືອນມັງກອນຜ່ານມາ. ສ່ວນການລົງທຶນໂດຍກົງຈາກຕ່າງປະເທດລວມມີ 1,9 ໝື່ນລ້ານໂດລາສະຫະລັດ ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີຕໍ່ປີ. ໂດຍສະເພາະປະລິມານການລົງທຶນຈາກຕ່າງປະເທດໃນຂະແໜງການອຸດສາຫະກຳເຕັກໂນໂລຊີຂັ້ນສູງເພີ່ມຂຶ້ນຢ່າງວ່ອງໄວເຖິງ 62,8%, ນອກຈາກນີ້ການລົງທຶນຈາກຕ່າງປະເທດທີ່ຫລັ່ງໄຫລເຂົ້າມາເຂດພາກກາງຂອງຈີນ ໄດ້ຂະຫຍາຍຕົວ 25,9% ເມື່ອທຽບໃສ່ປີຕໍ່ປີຖັດມາແມ່ນພາກຕາເວັນຕົກກວມເອົາ 21,6% ແລະ ອື່ນໆ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version