Home ຂ່າວໜ້າໜຶ່ງ ຄວາມຄືບໜ້າການສົ່ງເສີມໂພຊະນາການໃນແມ່ຍິງ ແລະ ເດັກນ້ອຍມີຫລາຍດ້ານ

ຄວາມຄືບໜ້າການສົ່ງເສີມໂພຊະນາການໃນແມ່ຍິງ ແລະ ເດັກນ້ອຍມີຫລາຍດ້ານ

0

ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຂອງຂະແໜງສາທາລະນະສຸກ ໃນປີ 2022 ໂດຍສະເພາະການສົ່ງເສີມໂພຊະນາການໃນແມ່ຍິງ, ແມ່, ເດັກອ່ອນ ແລະ ເດັກນ້ອຍ ມີຄວາມຄບໜ້າຫລາຍດ້ານ ໂດຍມີເດັກນ້ອຍເກີດໃໝ່ ໄດ້ກິນນົມແມ່ພາຍໃນໜຶ່ງຊົ່ວໂມງທໍາອິດຫລັງເກີດ ປະຕິບັດໄດ້ 58.9% ລື່ນຄາດໝາຍ(ແຜນກໍານົດໄວ້ແມ່ນ 46%), ສາມາດປະກາດ ໂຮງໝໍຕົວແບບໃນການລ້ຽງລູກດ້ວຍນໍ້ານົມແມ່ 2 ແຫ່ງຄື: ແຂວງວຽງຈັນ ແລະ ຊຽງຂວາງ. ພ້ອມກັນນີ້, ໄດ້ພັດທະນາຫລັກສູດ ສໍາລັບການຝຶກອົບຮົມດ້ານການໃຫ້ຄໍາປຶກສາ ການລ້ຽງລູກດ້ວຍນົມແມ່ ແລະ ໄດ້ຝຶກອົບຮົມໃຫ້ແກ່ພະນັກງານແພດ, ໝໍຕໍາແຍ ແລະ ພະຍາບານ.

ຂໍ້ມູນດັ່ງກ່າວລາຍງານຈາກ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໃນກອງປະຊຸມແຫ່ງຊາດດ້ານໂພຊະນາການ ຄັ້ງທີ VIII ແລະ ກອງປະຊຸມຄະນະກຳມະການດ້ານໂພຊະນາການແຫ່ງຊາດ ປະຈຳປີ 2022 ໃນວັນທີ 21 ກຸມພາ 2023 ແລະ ທ່ານ ຍັງໃຫ້ຮູ້ອີກວ່າ: ຕາມການສຶກສາພົບວ່າ 60% ຂອງແມ່ຍິງຢາກມີລູກໜ້ອຍຄົນ, ເຊິ່ງຈະຊ່ວຍໃຫ້ຫລຸດອັດຕາເດັກນ້ອຍຂາດສາອາຫານ ຄວາມສູງບໍ່ໄດ້ມາດຕະຖານເຖິງ 5.6% ໂດຍສະເພາະໃນກຸ່ມທີ່ອາຍຸຕໍ່າກວ່າ 5 ປີ. ແມ່ຍິງຖືພາ 92% ໄດ້ຮັບທາດເຫລັກ-ອາຊິດໂຟລິກ ຢ່າງໜ້ອຍ 90 ເມັດ ແລະ ຈໍານວນເດັກ ນ້ອຍອາຍຸ 6-59 ເດືອນ ປະມານ 99.8% ໄດ້ຮັບວິຕາມິນເອ, ເຊິ່ງເຫັນວ່າໃນ 6 ເດືອນຜ່ານມາທັງສອງຕົວຊີ້ບອກບັນລຸເກີນຄາດໝາຍ. ໃນປີ 2022 ຜ່ານມາ ກະຊວງສາທາລະນະສຸກ ໄດ້ຮັບທາດເຫລັກ-ອາຊິດໂຟລິກ ຈໍານວນ 2.085 ກິໂລ ແລະ ໄດ້ແຈກຢາຍແກ່ແມ່ຍິງຖືພາ ແລະ ແມ່ຍິງໄວຈະ ເລີນພັນ ຢູ່ຂັ້ນບ້ານ, ໂຮງໝໍນ້ອຍ, ໂຮງໝໍ ແລະ ໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ໃນ 18 ແຂວງແລ້ວ.

ສ່ວນທິດທາງແຜນການທີ່ເປັນບຸລິມະສິດ ໃນປີ 2023, ສໍາລັບຂະແໜງສາທາລະນະສຸກ ແມ່ນໄດ້ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ໃນການຂຶ້ນແຜນວຽກ ແລະ ແຜນງົບປະມານພາຍໃນຂະ ແໜງການດັ່ງກ່າວ ຈໍານວນ 12 ແຂວງ, ຈະສ້າງທີ່ປືກສາສົ່ງເສີມ ການລ້ຽງລູກດ້ວຍນໍ້ານົມແມ່ ໃຫ້ໄດ້ 2 ຊຸດຈຳນວນ 40 ຄົນ, ພ້ອມລົງຕິດຕາມຊຸກຍູ້ໂຮງໝໍຕົວແບບ ໃນການສົ່ງເສີມການລ້ຽງລູກດ້ວຍນໍ້ານົມແມ່ ທີ່ປະກາດແລ້ວ ຈຳນວນ 4 ແຫ່ງ ແລະ ສືບຕໍ່ໂຄງການສົ່ງເສີມໃຫ້ມີໜ່ວຍບໍລິການ ໃນການຄຸ້ມຄອງການຂາດສານອາຫານກະທັນຫັນ ແບບເຊື່ອມສານ ແລະ ການບໍລິການໂພຊະນາບຳບັດ ຢູ່ໃນໂຮງໝໍ (IMAM) ໃນ 4 ແຂວງຄື: ຫລວງພະບາງ, ຫລວງນໍ້າທາ, ຜົ້ງສາລີ ແລະ ຫົວພັນ ແລະ ຈະຂະຫຍາຍໄປຕື່ມອີກ 6 ແຂວງ. ນອກຈາກນີ້, ຈະໄດ້ຈັດຕັ້ງການສະເຫລີມສະຫລອງ ອາທິດສາກົນໃນການລ້ຽງລູກດ້ວຍນໍ້ານົມແມ່ ແລະ ວັນໂພຊະນາການແຫ່ງຊາດ, ຂະຫຍາຍຕາໜ່າງໂຮງໝໍ ສາຍຜູກພັນແມ່ລູກຢ່າງນ້ອຍໃຫ້ໄດ້ອີກ 2 ແຫ່ງ ແລະ ສ້າງຫ້ອງໃຫ້ຄໍາປຶກສາການລ້ຽງລູກດ້ວຍນໍ້ານົມແມ່ ຢູ່ສູນໂພຊະນາການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version