Home ຂ່າວຕ່າງປະເທດ ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ

ເພີ່ມທະວີການຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 18 ກຸມພາ ຜ່ານມາ, ການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ ໄດ້ຈັດຂຶ້ນ ຢູ່ ຮ່າໂນ້ຍ ໂດຍທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ແລະ ສົມເດັດ ຮຸນແຊນ ປະທານພັກປະຊາຊົນ ກຳປູເຈຍ ນາຍົກລັດຖະມົນຕີ ຣາຊະອານາຈັກ ກຳປູເຈຍ ເປັນປະທານຮ່ວມ.

ຂ່າວລະບຸວ່າ: ໃນການພົບປະ, ທ່ານ ຫງວຽນຝູຈ້ອງ ແລະ ສົມເດັດ ຮຸນແຊນ ໄດ້ແຈ້ງໃຫ້ຮູ້ເຖິງສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ຕີລາຄາກ່ຽວກັບສະພາບການໂລກ, ພາກພື້ນ; ໝາກຜົນການຮ່ວມມືລະຫວ່າງສອງພັກ, ສອງລັດ ໃນໄລຍະຜ່ານມາ ແລະ ທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ສົມເດັດ ຮຸນແຊນ ຢັ້ງຢືນວ່າ: ພ້ອມກັບການປັບປຸງ ແລະ ພັດທະນາການພົວພັນດ້ານການເມືອງແລ້ວ, ສອງຝ່າຍຕ້ອງເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ເພື່ອຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍຕີລາຄາສູງຕໍ່ໝາກຜົນການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນວັດທະນະທໍາ, ການສຶກສາ, ວິທະຍາສາດ – ເຕັກນິກ, ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ພ້ອມທັງສະເໜີບາງທິດທາງການຮ່ວມມືລະອຽດລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version