Home ຂ່າວຕ່າງປະເທດ ຍີ່ປຸ່ນ ກຽມອອກວີຊາໃໝ່ ເພື່ອດຶງດູດແຮງງານຕ່າງປະເທດ

ຍີ່ປຸ່ນ ກຽມອອກວີຊາໃໝ່ ເພື່ອດຶງດູດແຮງງານຕ່າງປະເທດ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ລັດຖະບານຍີ່ປຸ່ນໄດ້ປະກາດກຽມກຳນົດແນວທາງໃໝ່ທີ່ງ່າຍຂຶ້ນສຳລັບການອອກວີຊາພິເສດໃຫ້ກັບຜູ້ທີ່ມີລາຍໄດ້ສູງ ແລະ ຜູ້ທີ່ຮຽນຈົບປະລິນຍາຕີຈາກມະຫາວິທະຍາໄລລະດັບສູງໃນຕ່າງປະເທດ ທ່າມກາງການແຂ່ງຂັນຍາດແຍ່ງແຮງງານທີ່ມີຄວາມສາມາດທົ່ວໂລກ. ແນວທາງໃໝ່ຂ້າງເທິງຈະຄວບຄຸມນັກວິໄຈ ແລະ ວິສະວະກອນຕ່າງປະເທດທີ່ມີລາຍໄດ້ຕໍ່ປີຢ່າງໜ້ອຍ 20 ລ້ານເຢນ ລວມເຖິງຜູ້ທີ່ຈົບການສຶກສາລະດັບປະລິນຍາໂທ ຫຼື ມີປະສົບການການເຮັດວຽກມາຫຼາຍກວ່າ 10 ປີ ຊຶ່ງຈະມີຜົນບັງຄັບໃຊ້ໃນເດືອນເມສາ ຫຼັງຈາກຜ່ານຂະບວນການຮັບຟັງຄວາມຄິດເຫັນຈາກສາທາລະນະຊົນ. ນອກຈາກນີ້, ລັດຖະບານຍັງໄດ້ຕັດສິນໃຈອຳນວຍຄວາມສະດວກໃຫ້ແກ່ຄົນໜຸ່ມສາວທີ່ມີສັກກະຍະພາບສູງ ສາມາດຊອກວຽກເຮັດງານທຳໃນຍີ່ປຸ່ນໄດ້ງ່າຍຂຶ້ນອີກດ້ວຍ.

ຄົນຕ່າງປະເທດທີ່ຈົບການສຶກສາຈາກມະຫາວິທະຍາໄລ 100 ອັນດັບທຳອິດຂອງການຈັດອັນດັບໂລກ ແລະ 2 ລາຍການທີ່ຈັດໂດຍສຳນັກງານບໍລິການກວດຄົນເຂົ້າເມືອງຂອງຍີ່ປຸ່ນໃນໄລຍະ 5 ປີຜ່ານມາ ແລະ ມີເງິນໃນບັນຊີຢ່າງໜ້ອຍ 200.000 ເຢນ ເມື່ອເດີນທາງມາເຖິງຍີ່ປຸ່ນຈະໄດ້ຮັບວີຊາກິດຈະກຳສະເພາະພິເສດ (Designated Activities) ຊຶ່ງອະນຸຍາດໃຫ້ພວກເຂົາອາໄສຢູ່ໃນຍີ່ປຸ່ນໄດ້ດົນເຖິງ 2 ປີ ເພື່ອຈຸດປະສົງໃນການເຮັດວຽກ. ທ່ານ ຮິຣາຄາຊຸ ມັດສິໂນະ ຫົວໜ້າເລຂາທິການຄະນະລັດຖະມົນຕີກ່າວວ່າ ລະບົບໃໝ່ນີ້ຖືວ່າເປັນການເພີ່ມສິດທິພິເສດເອື້ອອຳນວຍໃຫ້ແກ່ຜູ້ທີ່ມີຄວາມສາມາດລະດັບສູງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version