Home ຂ່າວຕ່າງປະເທດ ໄທ-ສສ ຫວຽດນາມ ເພີ່ມທະວີການຮ່ວມມື ຕ້ານການຫາປາ ແບບຜິດກົດໝາຍ

ໄທ-ສສ ຫວຽດນາມ ເພີ່ມທະວີການຮ່ວມມື ຕ້ານການຫາປາ ແບບຜິດກົດໝາຍ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້ລັດຖະບານໄທ ໄດ້ຕົກລົງເຫັນດີເອົາການຮັບຮອງຂໍ້ສະເໜີ ລົງນາມບົດບັນທຶກຊ່ວຍຈຳ ກັບ ສສ ຫວຽດນາມ ກ່ຽວກັບການຮ່ວມມືແລກປ່ຽນຂໍ້ມູນປ້ອງກັນຕ້ານການຫາປາແບບຜິດກົດໝາຍ (IUU). ພາຍຫລັງຕອບຄຳຖາມຕໍ່ນັກຂ່າວ ກ່ຽວກັບໝາກຜົນກອງປະຊຸມສະໄໝສາມັນຂອງລັດຖະບານໄທ, ທ່ານ ຣັດຈັນດາ ທະນາດິເຣກ, ຮອງໂຄສົກລັດຖະບານ​ໄທ ໃຫ້ຮູ້ວ່າ: ບົດບັນທຶກນີ້ຄາດການວ່າຈະໄດ້ລົງນາມຢູ່ກອງປະຊຸມ ຄັ້ງທີ 7 ຂອງໜ່ວຍປະຕິບັດງານຮ່ວມລະຫວ່າງ ໄທ-ສສ ຫວຽດນາມ ເພື່ອຂຸດຄົ້ນສິນໃນນ້ຳ, ຈະໄດ້ໄຂຂຶ້ນໃນເດືອນມີນາ ຢູ່ ສສ ຫວຽດນາມ. ໄທ ແລະ ສສ ຫວຽດນາມ ຈະຍູ້ແຮງການແລກປ່ຽນຂໍ້ມູນກ່ຽວກັບການຫາປາແບບຜິດກົດໝາຍ, ໂດຍສະເພາະແມ່ນຂໍ້ມູນກ່ຽວກັບກຳປັນຫາປາທີ່ລ່ວງລ້ຳເຂດນ່ານນ້ຳທະເລ, ຂໍ້ມູນກຳນົດແຫລ່ງທີ່ມາ ແລະ ຢັ້ງຢືນການຂຸດຄົ້ນ ເພື່ອສະກັດກັ້ນບັນດາຜະລິດຕະພັນຫາປາແບບຜິດກົດໝາຍ, ແຊກຊຶມເຂົ້າລະບົບການຜະລິດ. ໂດຍ​ທັງສອງຝ່າຍກໍ່ຈະເປີດກ້ວາງຜັນຂະຫຍາຍການຮ່ວມມືໃນຫລາຍຂົງເຂດ, ເຊັ່ນ: ແລກປ່ຽນຂໍ້ມູນ ກ່ຽວກັບບັນດາສັດນ້ຳທີ່ສົ່ງຕໍ່ ແລະ ນຳເຂົ້າທຽບທ່າຈາກຕ່າງປະເທດ, ຊຸກຍູ້ບັນດາການເຄື່ອນໄຫວສ້າງຄວາມສາມາດຕ້ານການຫາປາ​ແບບຜິດກົດໝາຍ, ຮ່ວມມື ແລະ ແລກປ່ຽນຂໍ້ມູນກ່ຽວກັບກ່ຳປັ່ນຫາປາລະເມີດກົດໝາຍຕາມກົນໄກເຄືອຂ່າຍຂອງອາຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ),

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version