Home ຂ່າວຕ່າງປະເທດ ອິນເດຍ ອະນຸມັດການຂຸດຄົ້ນ ດ້ານໂບຮານຄະດີ ລວມມີ 31 ເຂດ

ອິນເດຍ ອະນຸມັດການຂຸດຄົ້ນ ດ້ານໂບຮານຄະດີ ລວມມີ 31 ເຂດ

0

ສຳນັກຂ່າວ ຊິນຮວາຂອງສປຈີນ, ສຳນັກສຳຫລວດດ້ານໂບຮານຄະດີແຫ່ງອິນເດຍ ໄດ້ອະນຸມັດໃຫ້ການຂຸດຄົ້ນດ້ານໂບຮານຄະດີ ໃນຈຳນວນ 31 ເຂດທົ່ວປະເທດ. ສຳນັກຝ່າຍຮັບຜິດຊອບການວິໄຈດ້ານໂບຮານຄະດີ. ຄຽງຄູ່ກັນນັ້ນການອະນຸລັກ ແລະ ບຳລຸງຮັກສາອະນຸສອນທາງປະຫວັດສາດ ແລະ ວັດທະນະທຳ ໄດ້ອອກປະກາດຢ່າງເປັນທາງການ ໂດຍສ່ວນໜຶ່ງຂອງ ບັນດາລາຍຊື່ເຂດທີ່ໄດ້ຮັບອະນຸມັດໃນການຂຸດຄົ້ນດ້ານໂບຮານຄະດີ ໄດ້ແກ່ປ້ອມປຣາການປຸຣານະ, ກິລາໃນເດລີ, ອ່າວຄຸດ ໃນລັດຄຸຊາຣາດ ແລະ ແມ່ນໍ້າກຸມຕິ ໃນລັດອຸດຕະປະເທດ. ການຂຸດຄົ້ນດ້ານໂບຮານຄະດີນີ້ຈະດຳເນີນການໂດຍມະຫາ ວິທະຍາໄລ ຫລື ອຳນາດການປົກຄອງຂອງລັດດັ່ງກ່າວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version