Home ບຸນປະເພນີ ການນໍາພັກ-ລັດຮ່ວມໃສ່ບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 16

ການນໍາພັກ-ລັດຮ່ວມໃສ່ບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 16

0

ການນຳພັກ-ລັດ, ປະຊາຊົນລາວບັນດາເຜົ່າ ແລະແຂກທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າຮ່ວມພິທີໃສ່ບາດໃນງານມະຫະກໍາບຸນຊ້າງ ຄັ້ງທີ 16 ປະຈໍາປີ 2023 ຊຶ່ງພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 17 ກຸມພານີ້ທີ່ສະໜາມຫຼວງແຂວງໄຊຍະບູລີ ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ທ່ານ ນາງ ບົວຈັນ ພັນທະວົງ ຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊຍະບູລີໃຫ້ກຽດເຂົ້າຮວ່ມ.

ກິດຈະກໍາໃສ່ບາດໃນງານມະຫະກໍາບຸນຊ້າງໃນແຕ່ລະປີ ແມ່ນເປັນກິດຈະກໍາໜຶ່ງທີ່ສໍາຄັນກ່ອນມື້ພິທີເປີດງານຢ່າງເປັນທາງການ ການຈັດໃຫ້ມີພິທີດັ່ງກ່າວ ກໍເພື່ອສະແດງເຖິງຄວາມຜູກພັນ, ຄວາມຮູ້ບຸນຄຸນຕໍ່ຊ້າງ ທີ່ພວກເຮົາກໍຄືບັນພະບູລຸດໄດ້ນໍາໃຊ້ຊ້າງເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ການນໍາໃຊ້ແຮງງານຊ້າງເຂົ້າໃນການລາກແກ່ສິ່ງຂອງຕ່າງໆ ໃນການດໍາລົງຊີວິດປະຈໍາວັນຂອງປະຊາຊົນ. ອີກດ້ານໜຶ່ງກໍເພື່ອເປັນການສ້າງຄວາມຜູກພັນອັນສະໜິດສະໜົມ ລະຫວ່າງຊ້າງກັບຄົນ ທັງເປັນການສືບຕໍ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມຂອງຊາດ ກໍຄືການອະນຸລັກຮັກສາຊ້າງໃຫ້ຍືນຍົງຄົງຢູ່ກັບຄົນລາວຕະຫຼອດໄປ ແລະ ເພື່ອໃຫ້ສົມກັບວ່າປະເທດລາວເປັນປະເທດລ້ານຊ້າງ.

ທັງນີ້ ແຂວງໄຊຍະບູລີ ໄດ້ຈັດງານມະຫະກໍາບຸນຊ້າງຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 17-18 ກຸມພາ 2007 ທີ່ບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູລີ ແລະ ມາຮອດປີນີ້ຖືວ່າ ເປັນຄັ້ງທີ 16 ອັນໄດ້ສະແດງເຖິງການສືບທອດຮີດຄອງປະເພນີວັດທະນະທໍາ, ຕໍານານຄວນຊ້າງດັ່ງເດີມ ຈາກປະຫວັດຄວາມເປັນມາທີ່ເຄີຍນັບຖືປະຕິບັດພາຍໃນຄອບຄົວ ກາຍມາເປັນມະຫະກໍາບຸນຊ້າງປະຈໍາປີ ຂອງແຂວງໄຊຍະບູລີ ເພື່ອໃຫ້ປະຊາຊົນບັນດາເຜົ່າຢູ່ພາຍໃນແຂວງ ຕະຫຼອດຮອດແຂກພາຍໃນ ແລະ ຕ່າງປະເທດໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ຂ່າວ-ພາບ: ບຸນທີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version