Home ສາລະໜ້າຮູ້ ການດື່ມນໍ້າຊ່ວຍຫຼຸດນໍ້າໜັກ

ການດື່ມນໍ້າຊ່ວຍຫຼຸດນໍ້າໜັກ

0
Drinking water, fitness and black man after workout, running training and exercise outdoor in sun. Blue sky, sport runner and water drink of a athlete with a bottle taking a sports break in nature

ນໍ້າ ຖືວ່າເປັນສານອາຫານສຳຄັນທີ່ສຸດໃນຮ່າງກາຍ ເພາະໃນຮ່າງກາຍຂອງຄົນເຮົາມີນໍ້າເປັນສ່ວນປະກອບຢູ່ 4/5 ທັງໝົດຂອງນໍ້າໜັກໃນຕົວເຮົາ ເປັນສີ່ງທີ່ຈຳເປັນຕ້ອງບໍລິໂພກປະຈຳທຸກໆ ມື້ ຊ່ວຍໃຫ້ສຸຂະພາບດີ ຜິວດີ ມີນໍ້າມີນວນ ເປັ່ງປັງສົດໃສ ເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ຊ່ວຍໃຫ້ຜ່ອນຄາຍ ແຖມຍັງບໍ່ແກ່ກ່ອນໄວ ແລະ ຄວນດື່ມນໍ້າໃນປະລິມານທີ່ເໝາະສົມຊ່ວຍຫຼຸດນໍ້າໜັກໄດ້ ຊື່ງມີ 2 ຂໍ້ດັ່ງນີ້:

  1. ນໍ້າເຮັດໃຫ້ອຸນຫະພູມໃນຮ່າງກາຍຫຼຸດລົງ ຮ່າງກາຍຈະເຜົາຜານພະລັງງານເພີ່ມຂື້ນ ເມື່ອໃຫ້ເກີດຄວາມຮ້ອນສຸດຍອດຈະສົ່ງຜົນຮັບໃຫ້ອາຫານ ແລະ ພະລັງງານຖືກເຜົາຜານໄປນຳ.
  2. ການດື່ມນໍ້າຫຼາຍ ຈະເຮັດໃຫ້ຫຼຸດດື່ມເຄື່ອງທີ່ມີນໍ້າຫວານໜ້ອຍລົງ ຫຼື ເຄື່ອງດື່ມທີ່ມີທາດນໍ້າຕານສູງ ສົ່ງຜົນກະທົບເຮັດໃຫ້ຮ່າງກາຍໄດ້ຮັບພະລັງງານໜ້ອຍລົງ ດັ່ງນັ້ນຈື່ງສາມາດຄວບຄຸມນໍ້າໜັກໄດ້ງ່າຍ.

ເວລາໃນການດື່ມນໍ້າເພື່ອຫຼຸດນໍ້າໜັກ

  1. ດື່ມນໍ້າຕອນເຊົ້າຫຼັງຈາກຕື່ນນອນ ຊ່ວຍໃຫ້ຮ່າງກາຍຕື່ນ.
  2. ຫຼັງຈາກກິນອາຫານເຊົ້າ 1 ຊົ່ວໂມງ ຄວນດື່ມນໍ້າ 1 ຈອກ.
  3. ດື່ມນໍ້າກ່ອນຕອນທ່ຽງ 1 ຊົ່ວໂມງ.
  4. ຫຼັງຈາກກິນອາຫານທ່ຽງ 1 ຊົ່ວໂມງ ຄວນດື່ມນໍ້າ 1 ຈອກ.
  5. ດື່ມນໍ້າ ເວລາ 3 ໂມງ ເຮັດໃຫ້ຮ່າງກາຍສົດຊື່ນໝົດມື້.
  6. ຄວນດື່ມນໍ້າກ່ອນຕອນແລງ 1 ຊົ່ວໂມງ.
  7. ຫຼັງຈາກກິນອາຫານຄໍ່າ 1 ຊົ່ວໂມງ ຄວນດື່ມ 1 ຈອກ.
  8. ສຸດທ້າຍແມ່ນດື່ມນໍ້າກ່ອນນອນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version